ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດຄືນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ

 

2022114 Open 1

2022114 Open 2

DSC 3209

2022114 Open 3

 

ໂດຍອີງຕາມການຕົກລົງເຫັນດີຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ຮົງກາຣີ ກ່ຽວກັບ ການເຫັນດີເປີດສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຄືນໃໝ່, ໃນວັນທີ 03 ພະຈິກ 2022, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ໄດ້ເປັນກຽດເຂົ້າຮ່ວມພິທີເປີດຄືນສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຮົງກາຣີ ຢ່າງເປັນທາງການ, ໂດຍມີບັນດາທູຕານຸທູດ, ຄະນະກົມ, ຄະນະພະແນກ, ພະນັກງານວິຊາການຂອງສອງຝ່າຍ ແລະ ແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຄຳເຫັນ ໂດຍຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ຮົງກາຣີ, ບົນພື້ນຖານເປັນຄູ່ຮ່ວມມືຍຸດທະສາດນຳກັນ ສືບຕໍ່ຮັກສາໄດ້ສາຍພົວພັນມິດຕະພາບອັນດີ, ຄວາມເຂົ້າອົກເຂົ້າໃຈ ແລະ ການສະໜັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ການເປີດຄືນສະຖານທູດລາວ ປະຈຳ ຮົງກາຣີ ນີ້ໄດ້ສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມືອັນດີໃນໄລຍະຜ່ານມາ ແລະ ເພື່ອເປັນການສືບຕໍ່ຊຸກຍູ້ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຮົງກາຣີ ໂດຍສະເພາະ ການອຳນວຍຄວາມສະດວກໃຫ້ແກ່ການປະສານງານໃນດ້ານຕ່າງໆ ລວມທັງ ການຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ວັດທະນະທໍາ ແລະ ດ້ານອື່ນໆ ຂະຫຍາຍຕົວສູ່ບາດກ້າວອັນໃຫມ່ໃນອະນາຄົດ. ການເປີດຄຶນສະຖານທູດລາວ ປະຈຳ ຮົງກາຣີ ໃນຄັ້ງນີ້ ແມ່ນໄດ້ມີຂຶ້ນໃນທ່າມກາງທີ່ປະຊາຊົນສອງປະເທດ ຮ່ວມກັນສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ (12 ກັນຍາ 1962 - 12 ກັນຍາ 2022).

 

ໃນຂະນະດຽວກັນ, ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ແຫ່ງ ຮົງກາຣີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົວພັນຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ ແລະ ຮົງກາຣີ ຕະຫຼອດໄລຍະຜ່ານມາ, ເຊິ່ງການເປີດຄືນສະຖານທູດລາວ ທີ່ ນະຄອນຫຼວງ ບູດາແບສ ໃນຄັ້ງນີ້ ເປັນການຢັ້ງຢືນເຖິງຜົນສຳເລັດຂອງການປະຕິບັດວຽກຮ່ວມກັນ ລະຫວ່າງ ພາກສ່ວນກ່ຽວຂ້ອງສອງຝ່າຍ ລາວ-ຮົງກາຣີ ແລະ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ການປະສານງານ ແລະ ການຮັດແໜ້ນການພົວພັນຮ່ວມມືບົນພື້ນຖານຄູ່ຮ່ວມມືຍຸດທະສາດນຳກັນ ເພື່ອສືບຕໍ່ນຳເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນຂອງທັງສອງປະເທດ ລາວ-ຮົງກາຣີ ໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487834
ມື້ນີ້80
ມື້ວານ194
ອາທິດນີ້196
ເດືອນນີ້1227