ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສໍາເລັດຂອງກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຄັ້ງທີ IV

       

 

20220914 INGO 1

20220914 INGO 2

20220914 INGO 3

20220914 INGO 4

         

ໃນຕອນເຊົ້າຂອງວັນທີ 14 ກັນຍາ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝືກອົບຮົມ, ຄະນະກຳມະການຄຸ້ມຄອງ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານໄດ້ຈັດກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ    ຄັ້ງທີ IV ເປັນມື້ທີສອງ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ມີທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ທ່ານຮອງລັດຖະມົນຕີ ອ້ອມຂ້າງສູນກາງ, ຮອງຫົວໜ້າອົງການທຽບເທົ່າ, ບັນດາທູຕານຸທູດ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ ລວມທັງໝົດ 350 ກວ່າທ່ານ.

          

ໃນການກ່າວເປີດກອງປະຊຸມດັ່ງກ່າວ ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສຳຄັນຂອງ ອສບລ ກໍ່ຄືຜົນສຳເລັດຂອງການຮ່ວມມືຊ່ວຍເຫຼືອໃນໄລຍະ 4 ປີ ຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຫຼຸດຜ່ອນຄວາມທຸກຍາກ ຢູ່ ສປປ ລາວ ໃນຫຼາຍທົດສະວັດ. ຄຽງຄູ່ກັບໝາກຜົນທີ່ຍາດມາໄດ້ ພວກເຮົາກໍ່ປັດສະຈາກບໍ່ໄດ້ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໂດຍສະເພາະແມ່ນ ຂອດການປະສານງານ ລະຫວ່າງ ພາກລັດ ແລະ ອສບລ, ບັນຫາຄວາມຮັບຮູ້ເຂົ້າໃຈຂອງຜູ້ໃຫ້ທຶນ ກໍຄືອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຕໍ່ດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງຂອງ ສປປ ລາວ  ແລະ ບັນຫາອື່ນໆ.

         

ກອງປະຊຸມໄດ້ຮັບຟັງລາຍງານການຕີລາຄາສະພາບການຮ່ວມມື ລະຫວ່າງ ລັດຖະບານ ກັບ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (ອສບລ) ໃນໄລຍະ 04 ປີຜ່ານມາ (2018-2021) ໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນນາມປະທານຄະນະກຳມະການຄຸ້ມຄອງອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຫຼື INGOs ຢູ່ ສປປ ລາວ, ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖີງຈຸດດີ ຂອງໂຄງການຮ່ວມມືໃນໄລຍະຜ່ານມາ ທີ່ ອສບລ ໄດ້ຈັດຕັ້ງປະຕິບັດ ຮ່ວມກັບພາກລັດ ເຊີ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະແມ່ນບັນດາໂຄງການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ກະສິກຳ, ແຮງງານ ແລະ ສະຫວັດດີການສັງຄົມ, ການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ວຽກງານອື່ນໆ, ເຊີ່ງໃນໄລຍະ 04 ປີຜ່ານມາ (2018-2021) ໄດ້ອະນຸມັດຮັບເອົາໂຄງການຮ່ວມມືຈາກ ອສບລ  ທັງໝົດ 237 ໂຄງການ, 51 ກິດຈະກຳ ແລະ ການຊ່ວຍເຫຼືອສຸກເສີນ 16 ຄັ້ງ, ມູນຄ່າສະເລ່ຍປະມານ 300 ກວ່າລ້ານໂດລາສະຫະລັດ. ພ້ອມກັນນັ້ນ, ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ເນັ້ນຄວາມຈຳເປັນຕ້ອງໄດ້ປັບປຸງແກ້ໄຂຂໍ້ຄົງຄ້າງຮ່ວມກັນ ລະຫວ່າງ ພາກລັດ ກັບ ອສບລ ເພື່ອຮັບປະກັນໃນການຮ່ວມມືໃຫ້ມີປະສິດທິພາບ, ປະສິດທິຜົນສູງຂຶ້ນກວ່າເກົ່າ

             

ຫຼັງຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຈາກ ທ່ານຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງເຈົ້າແຂວງ ແຂວງຈຳປາສັກ, ຜູ້ຕາງໜ້າຈາກເຄືອຂ່າຍ ອສບລ, ສະຫະພາບເອີຣົບ ຕາງໜ້າຜູ້ໃຫ້ທຶນ ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ທີ່ໄດ້ຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາ ແລະ ສະເໜີແນະທິດທາງການຮ່ວມມື ແລະ ການປະສານງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນໂດຍສອດຂ້ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບຫຼັກການຂອງ ສປປ ລາວ. ພ້ອມນີ້, ກໍ່ໄດ້ຮັບຟັງການນຳສະເໜີລະບຽບຂັ້ນຕອນການອະນຸມັດການຮ່ວມມື ແລະ ການຈັດຕັ້ງປະຕິບັດໂຄງການຮ່ວມມື ກັບ ອສບລ ຢູ່  ສປປ ລາວ ໂດຍກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ໃນນາມກອງເລຂາ ຄະນະກຳມະການຄຸ້ມຄອງ ອສບລ.

             

ກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຄັ້ງທີ IV ໄດ້ອັດລົງດ້ວຍຜົນສຳເລັດຕາມຈຸດປະສົງເປົ້າໝາຍທີ່ວາງໄວ້.​

       

      

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486352
ມື້ນີ້48
ມື້ວານ220
ອາທິດນີ້14
ເດືອນນີ້5657