ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຄັ້ງທີ IV

 

2022913 1

2022913 4

2022913

2022913 2

ໃນຕອນເຊົ້າຂອງວັນທີ 13 ກັນຍາ 2022 ທີ່ ສູນການຮ່ວມມືສາກົນ ແລະ ການຝືກອົບຮົມ, ຄະນະກຳມະການຄຸ້ມຄອງອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (ອສບລ) ໄດ້ຈັດກອງປະຊຸມທົບທວນຄືນການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ກັບ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຄັ້ງທີ IV ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍການເຂົ້າຮ່ວມຂອງທ່ານເຈົ້າແຂວງ, ຮອງເຈົ້າແຂວງໃນຂອບເຂດທົ່ວປະເທດ ແລະ ບັນດາທ່ານຮອງລັດຖະມົນຕີ ອ້ອມຂ້າງສູນກາງພ້ອມຄະນະ ທັງໝົດຫຼາຍກ່ວາ 230 ທ່ານ.​

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງລາຍງານການສະຫຼຸບຕີລາຄາສະພາບການຮ່ວມມື ລະຫວ່າງ ລັດຖະບານ ກັບອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ໃນໄລຍະ 04 ປີຜ່ານມາ (2018-2021) ໂດຍ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມປະທານຄະນະກຳມະການຄຸ້ມຄອງ ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ຫຼື INGOs ຢູ່ ສປປ ລາວ, ໄດ້ລາຍງານໝາກຜົນຂອງການຮ່ວມມືລະຫວ່າງ ລັດຖະບານ ແລະ ອສບລ ໂດຍໃຫ້ເຫັນຈຸດດີຂອງບັນດາໂຄງການຊ່ວຍເຫຼືອ ຂອງ ອສບລ ໃນໄລຍະຜ່ານມາ ເຊິ່ງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພໍສົມຄວນ, ບັນດາໂຄງການຊ່ວຍເຫຼືອສ່ວນໃຫຍ່ແມ່ນຕິດພັນກັບທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ, ມີຊ່ຽວຊານທີ່ມີບົດຮຽນໃນວຽກງານການພັດທະນາ ກໍ່ຄື ການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການເຮັດວຽກກັບຊຸມຊົມໂດຍກົງ, ມີວິທີການຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການພັດທະນາຊຸມຊົນ ກໍ່ຄື ການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ຊຸມຊົນ ແລະ ອື່ນໆ. ນອກຈາກນັ້ນ, ອສບລ ສ່ວນໃຫຍ່ແມ່ນສາມາດນຳໃຊ້ທຶນບໍ່ຫຼາຍ ແຕ່ໄດ້ປະກອບສ່ວນເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

 

ໂດຍເຫັນໄດ້ບົດບາດດັ່ງກ່າວຂອງ ອສບລ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ເປີດໂອກາດໃຫ້ ອສບລ ເຂົ້າມາມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ, ມາເຖິງປັດຈຸບັນມີ 151 ອົງການ ທີ່ພວມຈັດຕັ້ງປະຕິບັດບັນດາໂຄງການ ຢູ່ເກືອບທຸກແຂວງໃນຂອບເຂດທົ່ວປະເທດ ແລະ ກວມເອົາຫຼາຍຂະແໜງການເຊັ່ນ: ຂະແໜງສາທາລະນະສຸກ, ສຶກສາທິການ ແລະ ກິລາ, ແຮງງານ ແລະ ສະຫວັດດີການສັງຄົມ (ກວມເອົາວຽກງານສີມືແຮງງານ, ເກັບກູ້ລະເບີດ, ຄົນພິການ, ໄພພິບັດ ແລະ ວຽກງານສຸກເສີນ), ກະສິກຳ ແລະ ປ່າໄມ້ ແລະ ອື່ນໆ.

 

ຄຽງຄູ່ກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຮ່ວມມື ແລະ ຈັດຕັ້ງປະຕິບັດໂຄງການໄລຍະຜ່ານມາ ໂດຍສະເພາະ ແມ່ນຂອດຂອງການປະສານງານ ລະຫວ່າງ ພາກລັດ ກັບ ອົງການ ຍັງບໍ່ໂລ່ງລ່ຽນ, ການດຳເນີນເອກະສານບາງໂຄງການໃຊ້ເວລາດົນ ຍັງບໍ່ທັນປະຕິບັດຕາມລະບຽບຂັ້ນຕອນເຊັ່ນ: ການປຶກສາຫາລື ກ່ອນຂຽນບົດສະເໜີໂຄງການຍັງບໍ່ທັນເຮັດໄດ້ດີ, ບາງໂຄງການກໍ່ບໍ່ໄປຕາມບູລິມະສິດຂອງຂະແໜງການ ແລະ ທ້ອງຖິ່ນເທົ່າທີ່ຄວນ.

 

ໃນກອງປະຊຸມດັ່ງກ່າວ ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກ ການນຳຂອງຂະແໜງການ ແລະ ທ້ອງຖິ່ນຢ່າງກົງໄປກົງມາ ເພື່ອເຮັດໃຫ້ການຄຸ້ມຄອງ ອສບລ ແລະ ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອຂອງ ອສບລ ມີປະສິດທິພາບ ແລະ ປະສິດທິຜົນກ່ວາເກົ່າ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລື ກ່ຽວກັບ ບັນຫາຕ່າງໆເພື່ອກະກຽມໃຫ້ແກ່ກອງປະຊຸມຮ່ວມກັບສາກົນ ໃນວັນທີ 14 ກັນຍາ ນີ້.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486203
ມື້ນີ້119
ມື້ວານ215
ອາທິດນີ້1239
ເດືອນນີ້5508