ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ສ. ເກົາຫຼີ ສືບຕໍ່ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

                  

        

20220905 08 DPM visit ROK 1      

ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບທີ່ດີ ແລະ ເພີ່ມທະວີການຮ່ວມມືອັນມີໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 05 – 08 ກັນຍາ 2022, ຕາມການເຊື້ອເຊີນຂອງ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ.

                   

       

Korean 2022 1Korean 2022 3

20220905 08 DPM visit ROK 3

ການພົບປະສອງຝ່າຍ ລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ 

ແລະ ທ່ານ ປາກ ຈິນ (Park Jin), ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ.

   

 

Korean 2022 4

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ 

ຢ້ຽມຂຳ່ນັບທ່ານ Han Duck Soo, ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ

             

       

20220905 08 DPM visit ROK 5

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ 

ຢ້ຽມຢາມ ບໍລິສັດ ຊໍາຊຸງ ອີເລັກໂຕນິກ

   

 

ການພົບປະສອງຝ່າຍ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 6 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ ສ. ເກົາຫລີ, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ດີ ແລະ ທົບທວນຄືນການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ສ. ເກົາຫລີ ຕະຫລອດຊຸມປີຜ່ານມາ ກໍ່ຄືການຮ່ວມມື  ໃນດ້ານການເມືອງ, ການແລກປ່ຽນການຢ້ຽມຢາມ, ວຽກງານການຄ້າ-ການລົງທຶນ, ປ້ອງກັນຊາດ, ການພັດທະນາ ພື້ນຖານໂຄງລ່າງ, ການຊ່ວຍເຫລືອເພື່ອການພັດທະນາ, ການຮ່ວມມືດ້ານກົງສຸນ, ແຮງງານ, ສາທາລະນະສຸກ, ການສຶກສາ, ວັດທະນະທຳ, ທ່ອງທ່ຽວ ແລະ ອື່ນໆ.   ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ  ໃນການສືບຕໍ່ສົ່ງເສີມການແລກປ່ຽນການຢ້ຽມຢາມ ລະຫ່ວາງການນຳຂັ້ນສູງຂອງສອງປະເທດ, ພ້ອມທັງເພີ່ມທະວີການຮ່ວມມືທາງດ້ານ ການຄ້າ, ສົ່ງເສີມການລົງທຶນ ໂດຍສະເພາະໃນຂົງເຂດພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ.​ ສປປ ລາວ ຕີລາຄາ ສູງ ຕໍ່ການຊ່ວຍເຫລືອເພື່ອການພັດທະນາໃນດ້ານຕ່າງໆ ຈາກ ສ. ເກົາຫລີ ໂດຍສະເພາະການຊ່ວຍເຫລືອລ້າ (ODA) ແລະ ການຊ່ວຍເຫລືອເງິນກູ້ຢືມຜ່ານກອງທຶນຮ່ວມພັດທະນາດ້ານເສດຖະກິດ (EDCF) ເຊິ່ງໄດ້ປະກອບສ່ວນສຳຄັັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍ່ຄືການຈັດຕັ້ງປະຕິບັດ ໂຄງການ ສຳຄັນຕ່າງໆ ເຊັ່ນ: ໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ຢູ່ແຂວງຕ່າງໆຂອງລາວ, ໂຄງການກໍ່ສ້າງ ໂຮງໝໍທັນສະໄໝ, ໂຮງໝໍມະຫາວິທະຍາໄລສຸຂະພາບ, ການຊ່ວຍເຫລືອດ້ານການແພດ ເພື່ອຮັບມືກັບພະຍາດໂຄວິດ 19, ການຊ່ວຍເຫລືອໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ໂຄງການພັດທະນາໃນຂົງເຂດອື່ນໆ ທີ່ສຳຄັນ. ສ.ເກົາຫລີ ເຫັນດີສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນຂົງເຂດບູລີມະສິດຕ່າງໆ ແລະ ຢໍ້າຄືນຄວາມສຳຄັນ ຂອງການຮ່ວມມືລະຫ່ວາງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ດ້ານວຽກງານປ້ອງກັນຊາດ ສອງຝ່າຍ ເຫັນດີສົ່ງເສີມການຮ່ວມມື ໂດຍສະເພາະໃນປັດຈຸບັນ ທີ່ສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງວ່ອງໄວ. ນອກນັ້ນ, ສອງຝ່າຍ ຍັງເຫັນດີສືບຕໍ່ການຮ່ວມມືດ້ານວຽກງານກົງສູນ, ການຝຶກອົບຮົມສີມີແຮງງານ ແລະ ການຮັບເອົາແຮງງານສີມືລາວໄປເຮັດວຽກຢູ່ ສ. ເກົາຫລີ, ການໃຫ້ທຶນການສຶກສາ, ການແລກປ່ຽນດ້ານວັດທະນະທຳ ແລະ ການສົ່ງເສີມການທ່ອງທ່ຽວ ລະຫ່ວາງ ສອງປະເທດ ພາຍຫລັງສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຜ່ອນຄາຍລົງ ເຊິ່ງປັດຈຸບັນເຫັນວ່າ ຈຳນວນນັກທ່ອງທ່ຽວ ລະຫ່ວາງສອງປະເທດ ໄດ້ເພີ່ມຂຶ້ນ ແລະ ການໄປມາຫາສູ່ ລະຫ່ວາງ ປະຊາຊົນສອງຊາດ ເລີ່ມເຂົ້າສູ່ສະພາບປົກກະຕິ.

 

ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນດາ້ນເສດຖະ ກິດ-ການຄ້າ, ການເຊື່ອມຈອດ, ການພັດທະນາພື້ນຖານໂຄງລ່າງ, ລວມເຖິງການສົ່ງເສີມວຽກງານສຶກສາ, ສາທາ, ວັດທະນະທຳ ແລະ ການທ່ອງທ່ຽວ ເຊິ່ງຈະເປັນການເພີ່ມທະວີຄວາມສາມັກຄີຮັກແພງ ແລະ ຄວາມເຊື່ອໝັ້ນ ລະຫ່ວາງລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ສ. ເກົາຫລີ ໃຫ້ນັບມື້ນັບຫລາຍຂຶ້ນ.

 

ພ້ອມນີ້, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນຂອບການຮ່ວມມືອາຊຽນ-ສ.ເກົາຫລີ, ແມ່ຂອງ-ສ.ເກົາຫລີ, ອົງການ ສປຊ ແລະ ອົງການສາກົນອື່ນໆ ເຊິ່ງສອງຝ່າຍ ເຫັນດີເປັນເອກະພາບ ໃນການສືບຕໍ່ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນບັນຫາ ສຳຄັນຕ່າງໆ. ຝ່າຍສ. ເກົາຫລີ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສ. ເກົາຫລີ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຢໍ້າຄືນຄວາມສຳຄັນຂອງການຮ່ວມມືລະຫ່ວາງ ສອງປະເທດ ໂດຍສະເພາະການສືບຕໍ່ ຊ່ວຍເຫລືອ ສປປ ລາວ ດ້ານການພັດທະນາ ເຊິ່ງສ.ເກົາຫລີ ໃຫ້ຄວາມສຳຄັນສູງ ແລະ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອອັນສຳຄັັນດັ່ງກ່າວ ແລະ ຊົມເຊີຍບົດບາດອັນພົ້ນເດັ່ນ ຂອງອົງການ KOICA ປະຈຳລາວ, ອົງການ KOFIH ແລະ ສະຖານທູດສ.ເກົາຫລີ ປະຈຳລາວ ໃນການເປັນໃຈກາງປະສານງານ ແລະ ຂົນຂວາຍການຊ່ວຍເຫລືອໃນດ້ານຕ່າງໆ ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

           

ໃນໂອກາດຢ້ຽມຢາມ ສ.ເກົາຫຼີ ໃນຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂຳ່ນັບທ່ານ Han Duck Soo, ນາຍົກລັດຖະມົນຕີ ແຫ່ງ ສ. ເກົາຫຼີ  ແລະ ຢ້ຽມຢາມ ບໍລິສັດ ຊໍາຊຸງ ອີເລັກໂຕນິກ.

            

       

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486309
ມື້ນີ້5
ມື້ວານ220
ອາທິດນີ້1345
ເດືອນນີ້5614