ໃນຕອນເຊົ້າຂອງວັນທີ 07 ກັນຍາ 2022, ທີ່ ສະພາແຫ່ງຊາດລາວ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດມອບສານແຕ່ງຕັ້ງທູດລາວ ຈຳນວນ 6 ທ່ານ ເພື່ອໄປປະຈຳຢູ່ຕ່າງປະເທດ, ຊຶ່ງປະກອບມີ:
ທ່ານ ສົງການ ຫຼວງມຸນິນທອນ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫຼີ
ທ່ານ ດວງມະນີ ຍອດສີອຸດົມ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ອັງກິດ
ທ່ານ ໄມບົວ ໄຊຍະວົງ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພັນ ເຢຍລະມັນ
ທ່ານ ແກ້ວ ມັກຄະຜົນ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສປປ ເກົາຫຼີ
ທ່ານ ບຸນມີ ວັນມະນີ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ
ທ່ານ ສອນໄຊ ວັນນະໄຊ, ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟິລິບປິນ