ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ - ມົງໂກລີ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

                        

                     

20220902 05 DPM visit MGR 120220902 05 DPM visit MGR 220220902 05 DPM visit MGR 3

                  

ເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເພີ່ມທະວີການຮ່ວມມືທີ່ດີໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ມົງໂກລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ໃນລະຫວ່າງວັນທີ 2-5 ກັນຍາ 2022, ຕາມການເຊື້ອເຊີນຂອງ ທ່ານ ນາງ ບັດເຊເຊັກ ບັດເມີງ (BATTSETSEG BATMUNKH), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມົງໂກລີ.

            

ການພົບປະສອງຝ່າຍ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ ມົງໂກລີ, ເຊິ່ງສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະຫລອດໄລຍະ 60 ປີຜ່ານມາ, ໃນນັ້ນໄດ້ປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ - ມົງໂກລີ, ມົງໂກລີ-ລາວ (JC) ຄັ້ງທີ 11  ທີ່ລົງນາມໃນປີ 2018 ຜ່ານມາ. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ຕໍ່ການພົວພັນຮ່ວມມືທີ່ໄດ້ສືບຕໍ່ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆມາ, ເຊິ່ງການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ແຕ່ສູນກາງລົງຮອດທ້ອງຖິ່ນ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ດໍາເນີນໄປ ເປັນແຕ່ລະໄລຍະ. ການຮ່ວມມືສອງຝ່າຍໃນດ້ານຕ່າງໆໄດ້ຮັບການເສີມຂະຫຍາຍເປັນກ້າວໆ ເປັນຕົ້ນການຮ່ວມມືທາງດ້ານສາທາລະນະສຸກ, ການສຶກສາ, ກະສິກໍາ, ການຮ່ວມມືສາຍສະພາ ແລະ ສາຍພັກ, ນອກນັ້ນເຖິງແມ່ນວ່າ ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນໄລຍະຜ່ານມາ ແມ່ນຍັງມີບໍ່ຫຼາຍ, ແຕ່ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ກໍ່ໄດ້ພະຍາຍາມຊຸກຍູ້ ເພື່ອໃຫ້ມີການຮ່ວມມື ໃນດ້ານດັ່ງກ່າວ ຫລາຍຂຶ້ນ. ພ້ອມນີ້, ສອງຝ່າຍຍັງໄດ້ໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະໃນກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍເເດນຕິດກັບທະເລ  (ກຸ່ມປະເທດ LLDCs) ແລະ ອື່ນໆ. ຝ່າຍມົງໂກລີ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ເຊິ່ງຖືເປັນນິມິດໝາຍທີ່ມີຄວາມສໍາຄັນທາງປະຫວັດສາດອີກຄັ້ງໜຶ່ງ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ເວົ້າລວມ, ເວົ້າສະເພາະ ກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ມົງໂກລີ ແລະ ພິເສດໃນປີ 2022 ນີ້ ຖືເປັນປີທີ່ມີຄວາມໝາຍສໍາຄັນເເຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ມົງໂກລີ ຄົບຮອບ 60 ປີ (12 ກັນຍາ 1962 –  12 ກັນຍາ 2022), ເຊິ່ງສອງຝ່າຍຈະໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງໃຫ້ມີບັນຍາກາດຄຶກຄື້ນ. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ມົງໂກລີ, ໂດຍເຫັນດີໃຫ້ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ, ພ້ອມທັງສືບຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ຂົນຂວາຍ ບັນດາວິສາຫະກິດຂອງມົງໂກລີ ທີ່ມີທ່າແຮງ ໂດຍສະເພາະແມ່ນຂະເເໜງກະສິກໍາ ແລະ ຂະແໜງອື່ນໆ ເຂົ້າມາລົງທຶນຢູ່ ສປປ ລາວ, ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງ ແລະ ເຊື່ອມຈອດຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ກັບມົງໂກລີ, ເຊິ່ງຈະເຮັດໃຫ້ການຂົນສົ່ງແລກປ່ຽນສິນຄ້າ ແລະ ການໄປມາຫາສູ່ມີຄວາມສະດວກຍິ່ງຂຶ້ນ. ນອກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ລວມເຖິງມາດຕະການຜ່ອນຜັນ ແລະ ເປີດປະເທດ ພາຍຫຼັງສະພາບການແຜ່ລະບາດຂອງໂຄວິດ-19 ຜ່ອນຄາຍລົງ ແລະ ເຫັນດີຈະສືບຕໍ່ສະໜັບສະໜູນ ເເລະ ຊ່ວຍເຫຼືອເຊິ່ງກັນ ເເລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ໃນຂອບການຮ່ວມມືຂອງກຸ່ມປະເທດ LLDCs, ອາຊຽນ-ມົງໂກລີ, ອົງການ ສປຊ ແລະ ອື່ນໆ. ນອກຈາກນັ້ນ, ສປປ ລາວ ມີຄວາມຍິນດີ ຈະເປັນເຈົ້າພາບຈັດກອງປະຊຸມ JC ຄັ້ງທີ 12 ທີ່ ສປປ ລາວ ໃນເດືອນທັນວາ 2022 ນີ້, ໂດຍການເປັນປະທານຮ່ວມຂອງສອງລັດຖະມົົນຕີກະຊວງສາທາລະນະສຸກ ລາວ-ມົງໂກລີ.

      

4 9 2022 Monggolia 3

4 9 2022 Monggolia 4

20220902 05 DPM visit MGR 7

              

ພາຍຫຼັງສໍາເລັດການພົບປະ, ສອງລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ມົງໂກລີ ໄດ້ຮ່ວມລົງນາມບົດບັນທຶກ ວ່າດ້ວຍ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ມົງໂກລີ, ພ້ອມທັງໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມສັນຍາ ວ່າດ້ວຍ ການຮ່ວມມືແລກປ່ຽນດ້ານການສຶກສາ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ວິທະຍາສາດ ແຫ່ງ ມົງໂກລີ ສໍາລັບປີ 2022-2027, ໂດຍການຮ່ວມລົງນາມຂອງ ທ່ານ ແພງສະຫວັນ ແກ້ວປະເສີດ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ມົງໂກລີ ແລະ ທ່ານ ກ. ບັງບາຢາຣ໌ (GANBAYAR GANBOLD), ຮອງລັດຖະມົນຕີກະຊວງສຶກສາ ແລະ ວິທະຍາສາດ ແຫ່ງ ມົງໂກລີ. ຈາກນັ້ນ, ກໍ່ໄດ້ມີການຖະແຫຼງຂ່າວຮ່ວມ ລະຫວ່າງ ສອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ມົງໂກລີ ເພື່ອແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບ ໝາກຜົນຂອງການພົບປະສອງຝ່າຍ ໃນຄັ້ງນີ້.

          

           

20220902 05 DPM visit MGR 6

           

ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມອບຫຼຽນໄຊມິດຕະພາບ ໃຫ້ແກ່ ລັດຖະບານມົງໂກລີ ໂດຍມອບຜ່ານ ທ່ານ ລັດຖະມົນຕີ ບັດເຊເຊັກ ບັດເມີງ, ເຊິ່ງແມ່ນຫຼຽນໄຊມິດຕະພາບ ຈາກລັດຖະບານ ແຫ່ງ ສປປ ລາວ ມອບໃຫ້ແກ່ ລັດຖະບານ ແຫ່ງ ມົງໂກລີ ໃນໂອກາດທີ່ ລັດຖະບານມົງໂກລີ ມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ ສປປ ລາວ ໃນປີ 2018 ຜ່ານມາ.

        

              

20220902 05 DPM visit MGR 820220902 05 DPM visit MGR 920220902 05 DPM visit MGR 10

                                         

ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ໂອ. ຄູເຣນສຸກ (UKHNAAGIIN KHURELSUKH), ປະທານາທິບໍດີ ແຫ່ງ ມົງໂກລີ ແລະ ທ່ານ ກ. ຊັງຕັງຊາທາຣ໌ (G. Zandanshatar), ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486168
ມື້ນີ້84
ມື້ວານ215
ອາທິດນີ້1204
ເດືອນນີ້5473