ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກນອກແວ ປະຈຳ ສປປ ລາວ

 

2022 8 23 Norway 1

2022 8 23 Norway 4

 

ໃນວັນທີ 23 ສິງຫາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ເກຣດ ໂລເກນ (Grete Lochen), ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກນອກແວ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ ໃນໂອກາດ ສິ້ນສຸດວາລະການດຳລົງຕຳເເໜ່ງ ການທູດ ຢູ່ ສປປ ລາວ.

         

ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ນາງ ເກຣດ ໂລເກນ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ຢ່າງຈົບງາມ, ພ້ອມທັງໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ-ຣາຊະອານາຈັກນອກເເວ ຕະຫຼອດໄລຍະ 30 ປີ ຜ່ານມາ. ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນ ນອກເເວ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ເເລະ ຫຼາຍຝ່າຍ ເປັນຕົ້ນແມ່ນການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ກະສິກໍາ, ການພັດທະນາບົດບາດຍິງຊາຍໃນເຂດຊົນນະບົດ ແລະ ອື່ນໆ, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນເປັນກ້າວໆ. ພ້ອມດຽວກັນນັ້ນ, ກໍໄດ້ສະເໜີໃຫ້ ທ່ານທູດ ສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ສປປ ລາວ-ຣາຊະອານາຈັກນອກເເວ ໃຫ້ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະເເດງຄວາມຊົມເຊີຍ ທ່ານທູດ ເກຣດ ໂລເກນ ທີ່ໄດ້ພົບປະ ທ່ານທູດລາວ ປະຈໍາ ສສ. ຫວຽດນາມ ໃນວັນທີ 12 ພະຈິກ 2021 ທີ່ຜ່ານມາ ເນື່ອງໃນ​ໂອກາດ​ສະ​ເຫຼ​ີມ​ສະ​ຫຼອງວັນ​ສ້າງຕັ້ງສາຍພົວພັນການທູດລາວ-ນອກເເວ ຄົບຮອບ 30 ປີ, ຊຶ່ງທັງສອງ​ຝ່າຍໄດ້​ແລກ​ປ່ຽນ​ສານ​ຊົມ​ເຊີຍເຊິ່ງກັນ ເເລະ ກັນ.

       

ໃນໂອກາດດຽວກັນນີ້, ທ່ານ ນາງ ເກຣດ ໂລເກນ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ  ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງຂອບໃຈທີ່ຝ່າຍລາວ ມີການພົວພັນຮ່ວມມືອັນດີ ເເລະ ມີປະສິດທິຜົນ ກັບ ຝ່າຍນອກເເວ ທັງໃນຂອບສອງຝ່າຍ ເເລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ແລະ ໃຫ້ຄໍາໝັ້ນສັນຍາວ່າ ເຖິງທ່ານຈະຈົບໜ້າທີ່ປະຈຳການ ຢູ່ ສປປ ລາວ ໄປແລ້ວກໍຕາມ ເເຕ່ເຊື້ອໝັ້ນວ່າທ່ານທູດນອກເເວຄົນ  ໃໝ່ ຈະສືບຕໍ່ສຸມທຸກຄວາມພະຍາຍາມທັງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງຂະຫຍາຍຕົວຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486239
ມື້ນີ້155
ມື້ວານ215
ອາທິດນີ້1275
ເດືອນນີ້5544