ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເຊັນ ບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງ ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ

 

2022 8 23 MOFA NA 15

2022 8 23 MOFA NA 12

2022 8 23 MOFA NA 13

2022 8 23 MOFA NA 19

2022 8 23 MOFA NA 4

2022 8 23 MOFA NA 3

 

ວັນທີ 23 ສິງຫາ 2022 ທີ່ສະພາແຫ່ງຊາດ ໄດ້ມີພິທີເຊັນ ບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງ ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົດລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເເລະ ທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ ສະພາແຫ່ງຊາດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໄຊສົມພອນ ພົມວິຫານ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ມີບັນດາປະທານ-ຮອງປະທານກໍາມາທິການ ພາຍໃນສະພາແຫ່ງຊາດ, ບັນດາທ່ານສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງກໍາມາທິການການຕ່າງປະ ເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຄະນະກົມ, ຄະນະພະແນກ ພ້ອມດ້ວຍພະນັກ ງານ-ວິຊາການ ຂອງທັງສອງພາກສ່ວນເຂົ້າຮ່ວມ.

 

ບົດບັນທຶກ ວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫ່ວາງ ກໍາມາທິການການຕ່າງ ປະເທດ ສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດ ເພື່ອຮັບປະກັນໃຫ້ແກ່ການຮ່ວມມື ແລະ ການປະສານງານຮ່ວມກັນ ລະຫ່ວາງ ກໍາມາທິການການຕ່າງປະເທດ ກັບ ກະຊວງການຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຮັບປະກັນໃຫ້ໄດ້ທາງດ້ານເນື້ອໃນສໍາຄັນ. ພ້ອມທັງສືບ ຕໍ່ປະສານສົມທົບກັນໃນ​ການ​ຄົ້ນຄວ້າ ຮ່າງ​ກົດໝາຍ​ໃນ​ຂົງ​ເຂດ​ການ​ຕ່າງປະ​ເທດເປັນຕົ້ນແມ່ນການສ້າງຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ,  ການສ້າງສັນຍາສາກົນໃນລະດັບຂອງສະພາແຫ່ງຊາດ, ລະບຽບການວ່າດ້ວຍການໃຫ້ສັດຕະຍາບັນ ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ, ຈະ​ແຈ້ງ ​ແລະ ຮັດກຸມ​ ຮັບປະ ກັນ​ຄວາມຖືກຕ້ອງ, ສອດຄ່ອງ​ກັບ​ແນວທາງ​ຂອງ​ພັກ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດລວມຂອງ​ຊາດ ​ແລະ ປະຊາຊົນ; ສະໜອງບົດລາຍງານ ກ່ຽວກັບຜົນສຳເລັດ ຂອງການເຄື່ອນໄຫວວຽກງານການຕ່າງປະ ເທດ ຂອງການນຳຂັ້ນສູງຂອງສະພາແຫ່ງຊາດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍແຕ່ລະໄລຍະ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ, ຂໍ້ມູນການພົວພັນ ແລະ ຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາຕ່າງປະເທດ ໃຫ້ກະຊວງການຕ່າງປະເທດ; ສະໜອງບົດສະຫຼຸບລາຍງານສະພາບການທີ່ພົ້ນເດັ່ນ ໃນຂົງເຂດພາກພື້ນ ແລະ ສາກົນ, ບົດລາຍງານ ກ່ຽວກັບ ການຈັດຕັັ້ງປະຕິ ບັດສົນທິສັນຍາສາກົນ ທີ່ ສປປ ລາວ ລົງນາມ ແລະ ເປັນພາຄີ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ສະພາບການຄຸ້ມຄອງອົງການຈັດຕັ້ງສາກົນ, ອົງການລະຫວ່າງລັດຖະບານ ແລະ ອົງການຈັດຕັ້ງສາ ກົນທີ່ບໍ່ສັງກັດລັດຖະບານ ທີ່ມາເຄື່ອນໄຫວຢູ່ ສປປ ລາວ, ວຽກງານການພົວພັນຄົນເຊື້ອຊາດລາວ  ແລະ ວຽກງານກ່ຽວຂ້ອງອື່ນໆ ໃຫ້ກໍາມະທິການການຕ່າງປະເທດ ເປັນແຕ່ລະໄລຍະ; ສະໜັບສະໜູນ ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນການພັດທະນາຊັບພະຍາກອນມະນຸດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ, ພິທີການ, ພາສາຕ່າງປະເທດ ແລະ ການສ້າງພະນັກງານແປພາສາ ແນໃສ່ຮັບໃຊ້ໃຫ້ແກ່ການເຄື່ອນ ໄຫວວຽກງານການຕ່າງປະເທດ ໃນໄລຍະໃໝ່ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ; ສະໜອງຂໍ້ມູນ ແລະໃຫ້ທັດສະນະຕໍ່ບັນຫາຕ່າງໆທີ່ຈໍາເປັນ ໃຫ້ແກ່ກັນ ແລະ ກັນ ເພື່ອເປັນບ່ອນອີງໃຫ້ແກ່ການ ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຕາມການສະເໜີຂອງແຕ່ລະຝ່າຍ. ພ້ອມດຽວກັນນີ້, ຂໍ້ຕົກລົງດັ່ງກ່າວ ຍັງຈະເປັນເຄື່ອງມືໜຶ່ງ ທີ່ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ພະນັກງານ-ລັດຖະກອນ ຂອງກໍາມາທິການ ແລະ ກະຊວງການຕ່າງປະເທດ ໃຫ້ມີຄວາມໃກ້ຊິດສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນໃຫ້ຫຼາຍຂຶ້ນກວ່າເກົ່າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486196
ມື້ນີ້112
ມື້ວານ215
ອາທິດນີ້1232
ເດືອນນີ້5501