ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເຈົ້າໜ້າທີ່ອາວຸໂສ, ຮອງປະທານສະພາທຸລະກິດ ອາເມຣິກາ-ອາຊຽນ (USABC)

 

 

DPMreceivedUS

 

ໃນວັນ​ທີ 17 ສິງຫາ 2022 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີຕ່າງປະເທດ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Michael W. Michalak, ເຈົ້າໜ້າທີ່ອາວຸໂສ, ຮອງປະທານສະພາທຸລະກິດ ອາເມຣິກາ-ອາຊຽນ (USABC) ພ້ອມດ້ວຍຄະນະ ໃນໂອກາດນໍາພາ ຄະນະນັກທຸລະກິດ ອາເມຣິກາ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້  ທີ່ເປັນການສະແດງເຖິງຄວາມຕັ້ງໃຈ, ຄວາມພະຍາຍາມຮ່ວມກັນໃນການສືບຕໍ່ຊຸກຍູ້, ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ລະຫວ່າງ ອາເມຣິກາ ແລະ ອາຊຽນ ໂດຍສະເພາະ ລະຫວ່າງ ສປປ ລາວ ແລະ ອາເມຣິກາ ທີ່ເປັນການປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດພາຍຫຼັງ ໂຄວິດ-19 ກໍ່ຄືການຈັດຕັ້ງປະຕິບັດການເປັນຄູ່ຮ່ວມແບບກວມລວມ ລາວ-ອາເມຣິກາ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ, ການປະກອບສ່ວນ ແລະ ຄວາມຄືບໜ້າຂອງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໃນຂະແໜງການຕ່າງໆຂອງນັກທຸລະກິດ ອາເມຣິກາ ຢູ່ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ ທີ່ເຮັດໃຫ້ມູນຄ່າການຄ້າ, ການລົງທຶນ ລະຫວ່າງ ລາວ ແລະ ອາເມຣິກາ ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, ພ້ອມທັງໄດ້ແຈ້ງກ່ຽວກັບຈຸດສຸມຂອງລັດຖະບານ ໃນການສົ່ງເສີມການຜະລິດດ້ານກະສິກໍາ, ການທ່ອງທ່ຽວ, ເສດຖະກິດສີຂຽວ ແລະ ສະອາດ, ການເປັນສູນກາງດ້ານການຂົນສົ່ງ (logistic hub) ແລະ ສະເໜີໃຫ້ຄະນະ USABC ແລະ ນັກທຸລະກິດອາເມຣິກາ ສືບຕໍ່ໃຫ້ການຊ່ວຍເຫຼືອໃນໂຄງການຮ່ວມມືໃນຂະແໜງຕ່າງໆ ໂດຍສະເພາະກ່ຽວກັບການສ້າງຄວາມອາດສາມາດຂອງທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ (MSMEs, SMESs), ແຮງງານລາວ ແລະ ອື່ນໆ.

 

ຄະນະສະພາທຸລະກິດ ອາເມຣິກາ-ອາຊຽນ ໄດ້ແຈ້ງຈຸດປະສົງຂອງການເດີນທາງໃນຄັ້ງນີ້ ເພື່ອຊອກຮູ້, ປຶກສາຫາລື ແລະ ແລກປ່ຽນຮ່ວມມືກັບພາກສ່ວນກ່ຽວຂ້ອງຂອງ ລາວ ໂດຍສະເພາະຄວາມສົນໃຈ, ແຜນການຊອກຫາຕະຫຼາດ, ທ່າແຮງເຮັດທຸລະກິດຢູ່ລາວໃນດ້ານຕ່າງໆຂອງອາເມຣິກາ ເຊັ່ນ: ດ້ານພະລັງງານ, ການຜະລິດສິນຄ້າ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການບໍລິການດ້ານການເງິນ, ຂະແໜງສາທາລະນະສຸກ ແລະ ອື່ນໆ ກໍ່ຄືເພື່ອຊອກຮູ້, ສຶກສາກ່ຽວກັບນະໂຍບາຍ ແລະ ວຽກງານບູລິມະສິດຂອງລັດຖະບານລາວ ເພື່ອເປັນທິດທາງໃນການດໍາເນີນທຸລະກິດໃນອະນາຄົດ.

 

ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະພາທຸລະກິດ ອາເມຣິກາ-ອາຊຽນ ແລະ ບັນດານັກທຸລະກິດ ອາເມຣິກາ ໄດ້ຮ່ວມກັນແລກປ່ຽນຂໍ້ມູນ, ປຶກສາຫາລືໃນບັນຫາຕ່າງໆກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດ, ຄວາມຄືບໜ້າໃນການເຈລະຈາຈັດຕັ້ງຜັນຂະຫຍາຍ ສັນຍາວ່າດ້ວຍການ​ຄ້າ ​ແລະ ການ​ລົງທຶນ ລະຫວ່າງ ລັດຖະບານ ລາວ ແລະ ອາເມຣິກາ (TIFA-Trade and Investment Framework Agreement) ແລະ ອື່ນໆ.

 

ໃນຕອນທ້າຍ, ທ່ານ Michael W. Michalak ໄດ້ຕາງໜ້າໃຫ້ສະພາທຸລະກິດ ອາເມຣິກາ-ອາຊຽນ ກໍ່ຄືນັກທຸລະກິດ ອາເມຣິກາ ສະແດງຄວາມຂອບໃຈມາຍັງ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະໃນຄັ້ງນີ້ ທີ່ເປັນຜົນປະໂຫຍດ ແລະ ໄດ້ຮັບຮູ້ຂໍ້ມູນອັນສໍາຄັນ ເພື່ອເປັນທິດທາງໃນການຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ ລະຫວ່າງ ສອງປະເທດ ໂດຍສະເພາະການດໍາເນີນທຸລະກິດ ຢູ່ ລາວ ທີ່ຈະເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ ແລະ ອາເມຣິກາ ດ້ານເສດຖະກິດ, ການຄ້າ ແລະ ລົງທຶນໃຫ້ກວ້າງຂວາງໃນຕໍ່ໜ້າ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486161
ມື້ນີ້77
ມື້ວານ215
ອາທິດນີ້1197
ເດືອນນີ້5466