ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົບປະແລກປ່ຽນລະຫວ່າງຄະນະນຳ ແລະ ແລກປ່ຽນບົດຮຽນ ລະຫວ່າງຊາວໜຸ່ມກະຊວງການຕ່າງປະເທດ ເເລະ ກະຊວງຍຸຕິທໍາ

 

                      

20220812 MOFAMOJ 1

20220812 MOFAMOJ 6

20220812 MOFAMOJ 2

20220812 MOFAMOJ 3

    

 

ໃນຕອນບ່າຍຂອງວັນທີ 12 ສິງຫາ 2022, ທີ່ ກະຊວງຍຸຕິທໍາ, ໄດ້ມີການພົບປະເເລກປ່ຽນ ລະຫວ່າງ ຄະນະນຳກະຊວງການຕ່າງປະເທດ ແລະ ກະຊວງຍຸຕິທຳ,  ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ໄພວີ ສີບົວລິພາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ, ມີບັນດາສະຫາຍຄະນະພັກ-ຄະນະນຳກະຊວງ, ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ, ຊາວຫນຸ່ມ ຂອງກະຊວງຍຸຕິທໍາ ເເລະ ຕາງຫນ້າຊາວຫນຸ່ມ ຈາກກະຊວງການຕ່າງປະເທດ ເຂົ້າຮ່ວມ.

          

ໃນໂອກາດດັ່ງກ່າວ, ທ່ານ ໄພວີ ສີບົວລິພາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຍຸຕິທໍາ ກໍໄດ້ລາຍງານໂດຍຫຍໍ້ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຂອງກະຊວງຍຸຕິທໍາໃນໄລຍະຜ່ານມາ ແລະ ທິດທາງແຜນການຈຸດສຸມໃນຕໍ່ໜ້າ, ໂດຍໄດ້ຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດພາລະບົດບາດ ໃນການເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກ ກ່ຽວກັບການສ້າງ ແລະ ປັບປຸງກົດໜາຍ, ການໂຄສະນາເຜີຍແຜ່ກົດໝາຍ, ການປະຕິບັດຄຳຕັດສິນຂອງສານ, ການບໍລິການວຽກງານຍຸຕິທຳ, ການສ້າງບຸກຄະລາກອນນັກກົດໝາຍ ແລະ ການພົວພັນຮ່ວມມືກັບສາກົນ ທາງດ້ານກົດໝາຍ ແລະ ວຽກງານຍຸຕິທຳ ໃນຂອບເຂດທົ່ວປະເທດ.

                

ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ແລະ ນະໂຍບາຍການຕ່າງປະເທດຂອງ ສປປ ລາວ, ໂດຍໄດ້ຍົກໃຫ້ເຫັນສະພາບການການຂອງໂລກ ທີ່ຜັນແປຢ່າງໄວວາສັບສົນ ແລະ ຄາດຄະເນໄດ້ຍາກໃນປັດຈະບັນ; ໄດ້ ວິເຄາະວິໄຈ, ສັງເກດຕີລາຄາ ເຖິງສາຍເຫດຕົ້ນຕໍຂອງສະພາບການຕ່າງໆທີ່ເກີດຂຶ້ນ ແລະ ທັດສະນະຂອງ ສປປ ລາວ ຕໍ່ບັນຫາຕ່າງໆ. ພ້ອມກັນນັ້ນ, ກໍໄດ້ແລກປ່ຽນ ກ່ຽວກັບ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກ ແລະ ລັດຖະບານ ໃນແຕ່ລະໄລຍະ, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນ ດ້ານວຽກງານການຕ່າງປະເທດ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ຈຸດສຸມຂອງຂະແໜງການຕ່າງປະເທດໃນຊຸມປີຕໍ່ໜ້າ.

               

ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະເຫນີໃຫ້ກະຊວງຍຸຕິທໍາ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຖືກຕ້ອງ ເເລະ ສອດຄ່ອງກັບແນວທາງການຕ່າງປະເທດຂອງພັກໃນໄລຍະໃໝ່ ເເລະ ສຶກສາອົບຮົມໃຫ້ພະນັກງານຫນຸ່ມນ້ອຍ ຂອງກະຊວງຕ້ອງກໍາໄດ້ນະໂຍບາຍການຕ່າງປະເທດ ຂອງພັກ-ລັດ ເພື່ອເປັນພື້ນຖານອັນສໍາຄັນ ໃຫ້ຂະແໜງການຍຸຕິທຳ ສາມາດກໍານົດທິດທາງ, ໜ້າທີ່ໃນການພົວພັນ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນໃນຂົງເຂດກົດໝາຍ ແລະ ວຽກງານຍຸຕິທໍາ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ມີຄຸນນະພາບສູງຂື້ນກວ່າເກົ່າ.

              

       

20220812 MOFAMOJ 4

20220812 MOFAMOJ 5

              

ໃນຕອນເຊົ້າຂອງວັນດຽວກັນ, ທີ່ກະຊວງຍຸຕິທໍາ ກໍໄດ້ມີການພົບປະແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງ ຊາວໜຸ່ມກະຊວງການຕ່າງປະເທດ ເເລະ ກະຊວງຍຸຕິທໍາເປັນຄັ້ງທໍາອິດ, ເຊິ່ງຊາວຫນຸ່ມສອງກະຊວງ ໄດ້ເເລກປ່ຽນດ້ານວິຊາການ ໃນວຽກງານການຕ່າງປະເທດ ເເລະ ວຽກງານຍຸຕິທໍາຮ່ວມກັນ ໃນຫົວຂໍ້ຕ່າງໆ ໂດຍມີຈຸດປະສົງສ້າງຄວາມລຶ້ງເຄີຍຮັກແພງ, ຮັດເເຫນ້ນຄວາມສາມັກຄີ ລະຫວ່າງ ຊາວຫນຸ່ມສອງກະຊວງ ໃຫ້ເເຫນ້ນເເຟ້ນຂຶ້ນຕື່ມ, ທັງເປັນການແລກປ່ຽນບົດຮຽນປະສົບການ ແລະ ສ້າງຄວາມເຂັ້ມແຂງໃຫ້ຊາວຫນຸ່ມຂອງສອງກະຊວງ ເພື່ອໃຫ້ສາມາດປະຕິບັດວຽກງານຂອງຕົນ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ./.

         

        

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486320
ມື້ນີ້16
ມື້ວານ220
ອາທິດນີ້1356
ເດືອນນີ້5625