ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບຣູໄນ ຄັ້ງທີ 3 (JCBC-3)

2022 8 10 DPM Brunei111

2022 8 10 DPM Brunei222

2022 8 10 DPM Brunei333

2022 8 10 DPM Brunei444

2022 8 10 DPM Brunei555

ໃນລະຫວ່າງວັນທີ 9-11 ສິງຫາ 2022, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 3 (JCBC-3), ທີ່ ນະຄອນຫຼວງ ບັນດາເສຣີເບກາວັນ, ປະເທດ ບຣູໄນ ດາຣູຊາລາມ, ຕາມການເຊື້ອເຊີນຂອງ ພະນະທ່ານ ເອຣີວັນ ເປີຮິນ ຢູຊ໊ອບ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບຣູໄນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ບູຣໄນ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

 

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2022, ໄດ້ມີກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ບູຣໄນ, ບູຣໄນ-ລາວ ຄັ້ງທີ 3 (JCBC-3), ໂດຍການເປັນປະທານຮ່ວມ ລະຫວ່າງ ພະນະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ສະເຫຼີມໄຊ ກົມມະສິດ ແລະ ພະນະທ່ານລັດຖະມົນຕີຕ່າງປະເທດ ແລະ ການຄ້າ ເອຣີວັນ ເປີຮິນ ຢູຊ໊ອບ. ໃນ, ພະນະທ່ານ ວາລະກ່າວເປີດກອງປະຊູມ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ພະນະທ່ານ ເອຣີວັນ ເປີຮິນ ຢູຊ໊ອບ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ບູຣໄນ ດາຣູຊາລາມ ອີກສະໄໝໜຶ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນປະທານອາຊຽນຂອງ ບູຣໄນ ດາຣູຊາຣາມ ໃນປີ 2021 ຜ່ານມາ. ໃນຂະນະດຽວກັນ, ພະນະທ່ານ ເອຣີວັນ ເປີຮິນ ຢູຊ໊ອບ ກໍໄດ້ສະແດງຄວາມຊົມເຊີຍ ທ່ານ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃຫມ່ ໃນເດືອນ ມິຖຸນາ 2022 ຜ່ານມາ, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ບຣູໄນ ໃນການເປັນປະທານອາຊຽນ ໃນປີຜ່ານມາ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

 

ໃນກອງປະຊຸມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ບຣູໄນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ພ້ອມນີ້ ກອງປະຊຸມ ກໍ່ໄດ້ທົບທວນຄືນເຖິງໝາກຜົນຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ຂອງບົດບັນທຶກການຮ່ວມມືສອງຝ່າຍຄັ້ງທີ່ 2 ໃນໄລຍະຜ່ານມາ, ສອງຝ່າຍ ໄດ້ສະແດງຄວາມຍິນດີສືບຕໍ່ຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຊົມເຊີຍວຽກງານການຝຶກອົບຮົມ ແລະ ແລກປ່ຽນດ້ານການທະຫານ ທີ່ມີບາດກ້າວອັນດີ. ພ້ອມນີ້, ສອງຝ່າຍ ເຫັນດີຊຸກຍູ້ເສີມຂະຫຍາຍການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ໂດຍການປະສານສົມທົບຢ່າງກົມກຽວກັນໂດຍຜ່ານ ສະພາການຄ້າ ແລະ ອຸດສະຫະກຳ ຂອງສອງປະເທດ, ຊຸກຍູ້ການຮ່ວມມືດ້ານກະສິກຳ ໂດຍສະເພາະສຶກສາຄວາມເປັນໄປໄດ້ໃນການຊື້ຂາຍເຂົ້າ ແລະ ຜະລິດຕະພັນດ້ານກະສິກຳ, ເຫັນດີສືບຕໍ່ການຮ່ວມມືດ້ານອຸດສະຫະກຳ, ພະລັງງານ, ການຄ້າການລົງທຶນ, ການຄົມມະນາຄົມທາງອາກາດ, ການສຶກສາ, ກິລາ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ສະຫວັດດີການສັງຄົມ, ການຮ່ວມມືດ້ານແມ່ຍິງ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍ ໄດ້ປຶກສາຫາລືຮ່ວມກັນໃນການວາງທິດທາງແຜນການຮ່ວມມືໃນຕໍ່ໜ້າໃຫ້ກວ້າງຂວາງແລະກວມເອົາຫລາຍຂົງເຂດການຮ່ວມມື, ໂດຍແນໃສ່ຊຸກຍູ້ການຮ່ວມມືໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ບຣູໄນ. ພິເສດໃນປີ 2023 ທີ່ຈະມາເຖິງນີ້, ສອງປະເທດ ເຫັນດີເປັນເອກະພາບ ຈະຮ່ວມກັນຈັດບັນດາກິດຈະກໍາສໍາຄັນຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນຄົບຮອບ 30 ປີ (27 ກໍລະກົດ 1993-27 ກໍລະກົດ 2023) ເພື່ອໃຫ້ມີຂະບວນຟົດຟື້ນ ແລະ ມີຄວາມໝາຍສໍາຄັນຂອງສອງປະເທດ ລາວ-ບຣູໄນ.

 

ພາຍຫຼັງສຳເລັດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມ ເພື່ອຮັບຮອງເອົາບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ, ບູຣໄນ-ລາວ ຄັ້ງທີ 3 (JCBC-3) ດ້ວຍຜົນສໍາເລັດອັນຈົບງາມ. ສ່ວນກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 4 ແມ່ນ ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມ.

 

ນອກຈາກນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ຍັງໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງແບບເຮັດວຽກ ຮ່ວມກັບ 3 ລັດຖະມົນຕີຂອງຝ່າຍ ບູຣໄນ ຄື: ລັດຖະມົນຕີຕ່າງປະເທດ ແລະ ການຄ້າ, ລັດຖະມົນຕີກະຊວງການເງິນ ແລະ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ທ່ອງທ່ຽວ ເພື່ອປຶກສາຫາລື ທິດທາງການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ໂດຍສະເພາະໃນວຽກງານການຄ້າ ແລະ ພະລັງງານ.

 

2022 8 10 DPM Brunei666

 

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້ແທນລາວ ໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ຊຸນຕານ ຮາຈິ ຮັດຊານັນ ໂບນເກຍ ແຫ່ງ ບູຣໄນ ດາຣູຊາລາມ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ບູຣໄນ ຄັ້ງທີ 3 ພ້ອມທັງອວຍພອນໄຊອັນປະເສີດແດ່ ສົມເດັດ ຊຸນຕານ ຮາຈິ ຮັດຊານັນ ໂບນເກຍ ໃນໂອກາດວັນຄ້າຍວັນເກີດ ຄົບຮອບ 76 ປີ ໃນວັນທີ 15 ກໍລະກົດ 2022 ທີ່ຜ່ານມາ ແລະ ທ່ານຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ບູຣໄນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ. ພ້ອມນີ້ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແລະ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ສົມເດັດ ຊຸນຕານ ຮາຈິ ຮັດຊານັນ ໂບນເກຍ ແລະ ພະມະເຫສີ, ພ້ອມທັງ ໄດ້ນຳເອົາຄຳເຊື້ອເຊີນໃນການເດີນທາງຢ້ຽມຢາມ ສປປ ລາວ ໃນໂອກາດທີ່ ເໝາະສົມ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485943
ມື້ນີ້74
ມື້ວານ168
ອາທິດນີ້979
ເດືອນນີ້5248