ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດ ອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ

 

20210408 ASEAN-UK - 1

20210408 ASEAN-UK - 2

20210408 ASEAN-UK - 3

 

ໃນຕອນບ່າຍຂອງ​ວັນ​ທີ 8 ເມສາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ (ASEAN-UK Open-Ended Troika Dialogue)ພາຍໃຕ້ການເປັນປະທານຂອງ ທ່ານ ເອລິວັນ ເພຮິນ ຢູຊອບ, ລັດຖະມົນຕີຕ່າງປະເທດ ຂອງ ບຣູໄນ (ປະທານອາຊຽນ). ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ, ທ່ານເລຂາທິການໃຫ່ຍອາຊຽນ, ທ່ານລັດຖະມົນຕີຕ່າງປະເທດອັງກິດ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ.

ກອງປະຊຸມ ໄດ້ຕີລາຄາສູງ ແລະ ແລກປ່ຽນວິໄສທັດ ກໍ່ຄືບົດຮຽນທີ່ດີນໍາກັນໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ, ເຊິ່ງໃນນີ້, ສອງຝ່າຍຈະສຸມໃສ່ການຟື້ນຟູເສດຖະກິດຮອບດ້ານ; ການຮັບປະກັນຕ່ອງໂສ້ການຜຼິດ ແລະ ການສະໜອງ; ແລະ ການພັດທະນາແບບຍືນຍົງ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ລັດຖະບານອັງກິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອຢາວັກແຊັງ AstraZeneca ຕ້ານພະຍາດໂຄວິດ-19 ຈໍານວນ 132,000.00ເຂັມຜ່ານໂຄງການຢາວັກແຊັງສາກົນ ໂຄແວັກ (COVAX).

ສໍາລັບທິດທາງໃນຕໍ່ໜ້າ ການຮ່ວມມື ອາຊຽນ-ອັງກິດ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ: 1. ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງ ຢາປົວພະຍາດ ກໍຄື ຢາວັກແຊັງ ດັ່ງກ່າວ ຢ່າງເທົ່າທຽມກັນ; 2. ການຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19 ໂດຍສະເພາະ ການສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ລະຫວ່າງ ອາຊຽນ ແລະ ອັງກິດ; 3. ການຫັນເປັນເສດຖະກິດດິຈີຕອນ ໂດຍສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດ ຜ່ານທາງເອເລັກໂຕຼນິກຮ່ວມກັນໄດ້; 4. ສືບຕໍ່ຮ່ວມມື ດ້ານການສຶກສາ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ໂດຍເນັ້ນໃສ່ການຊອກຊ່ອງທາງສ້າງຊ່ອງທາງພິເສດໃນການເດີນທາງສອງຝ່າຍ ອາຊຽນ-ອັງກິດ ໃນທ່າມກາງການລະບາດຂອງພະຍາດ ໂຄວິດ-19; ແລະ 5. ສືບຕໍ່ຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ຟື້ນຟູ ໄພພິບັດທໍາມະຊາດ.

ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແນ່ໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.

-------------------------------------------------------------------

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486023
ມື້ນີ້154
ມື້ວານ168
ອາທິດນີ້1059
ເດືອນນີ້5328