ໃນຕອນບ່າຍຂອງວັນທີ 8 ເມສາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນ ສາມຝ່າຍ ແບບເປີດກວ້າງ ຮ່ວມກັບ ລັດຖະມົນຕີຕ່າງປະເທດ ອັງກິດ (ASEAN-UK Open-Ended Troika Dialogue)ພາຍໃຕ້ການເປັນປະທານຂອງ ທ່ານ ເອລິວັນ ເພຮິນ ຢູຊອບ, ລັດຖະມົນຕີຕ່າງປະເທດ ຂອງ ບຣູໄນ (ປະທານອາຊຽນ). ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຍັງມີບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ, ທ່ານເລຂາທິການໃຫ່ຍອາຊຽນ, ທ່ານລັດຖະມົນຕີຕ່າງປະເທດອັງກິດ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນນຶ່ງ.
ກອງປະຊຸມ ໄດ້ຕີລາຄາສູງ ແລະ ແລກປ່ຽນວິໄສທັດ ກໍ່ຄືບົດຮຽນທີ່ດີນໍາກັນໃນການຮັບມື ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ລວມທັງການແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ, ເຊິ່ງໃນນີ້, ສອງຝ່າຍຈະສຸມໃສ່ການຟື້ນຟູເສດຖະກິດຮອບດ້ານ; ການຮັບປະກັນຕ່ອງໂສ້ການຜຼິດ ແລະ ການສະໜອງ; ແລະ ການພັດທະນາແບບຍືນຍົງ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ລັດຖະບານອັງກິດ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອຢາວັກແຊັງ AstraZeneca ຕ້ານພະຍາດໂຄວິດ-19 ຈໍານວນ 132,000.00ເຂັມຜ່ານໂຄງການຢາວັກແຊັງສາກົນ ໂຄແວັກ (COVAX).
ສໍາລັບທິດທາງໃນຕໍ່ໜ້າ ການຮ່ວມມື ອາຊຽນ-ອັງກິດ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະເໜີໃຫ້ກອງປະຊຸມ ພິຈາລະນາ: 1. ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືກັນໃນການຄົ້ນຄວ້າ-ພັດທະນາ ແລະ ຜຼິດຢາປົວພະຍາດ ກໍ່ຄື ຢາວັກແຊັງຕ້ານໂຄວິດ-19 ແລະ ການຮັບປະກັນໃນການເຂົ້າເຖິງ ຢາປົວພະຍາດ ກໍຄື ຢາວັກແຊັງ ດັ່ງກ່າວ ຢ່າງເທົ່າທຽມກັນ; 2. ການຟື້ນຟູເສດຖະກິດຮອບດ້ານ ຫຼັງໂຄວິດ-19 ໂດຍສະເພາະ ການສົ່ງເສີມທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ລະຫວ່າງ ອາຊຽນ ແລະ ອັງກິດ; 3. ການຫັນເປັນເສດຖະກິດດິຈີຕອນ ໂດຍສຸມໃສ່ສົ່ງເສີມຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອໃຫ້ສາມາດເຮັດທຸລະກິດ ຜ່ານທາງເອເລັກໂຕຼນິກຮ່ວມກັນໄດ້; 4. ສືບຕໍ່ຮ່ວມມື ດ້ານການສຶກສາ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ໂດຍເນັ້ນໃສ່ການຊອກຊ່ອງທາງສ້າງຊ່ອງທາງພິເສດໃນການເດີນທາງສອງຝ່າຍ ອາຊຽນ-ອັງກິດ ໃນທ່າມກາງການລະບາດຂອງພະຍາດ ໂຄວິດ-19; ແລະ 5. ສືບຕໍ່ຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ຟື້ນຟູ ໄພພິບັດທໍາມະຊາດ.
ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ຕໍ່ບາງບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແນ່ໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ.
-------------------------------------------------------------------