ໃນວັນທີ 21 ມັງກອນ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມືແຫ່ງອາຊີ (Asia Cooperation Dialogue (ACD)) ຄັ້ງທີ 17 ຜ່ານລະບົບວິດີໂອທາງໄກ, ພາຍໃຕ້ຫົວຂໍ້: ວິຖີຊີວິດໃໝ່ ແລະ ການທ່ອງທ່ຽວທີ່ປອດໄພ ແລະ ມີສຸຂະພາບດີ (The New Normal and Safe and Healthy Tourism). ໂດຍການເປັນປະທານ ຂອງ ທ່ານ Mevlut Cavusoglu, ລັດຖະມົນຕີຕ່າງປະເທດ ຕວັກກີ, ຊຶ່ງມີບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກ ACD ແລະ ຜູ້ຕາງໜ້າຈາກ UNESCAP ເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ໄດ້ທົບທວນຄືນການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງ ACD ໄລຍະ ປີ 2019-2020 ຜ່ານມາ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ວິໄສທັດໃໝ່ ສຳລັບການຮ່ວມມືກັນໃນອະນາຄົດ ກໍຄື ແນວທາງການຮ່ວມມື ACD ເພື່ອແນໃສ່ການຮັດແໜ້ນການຮ່ວມມືແບບຫລາຍຝ່າຍ ພາຍໃນພາກພື້ນອາຊີ ແລະ ການຮ່ວມມື ກັບອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ ລວມທັງການຈັດຕັ້ງປະຕິບັດວິໄສທັດ ACD 2030 ໂດຍສະເພາະ ຂະແໜງການຮ່ວມມືບູລິມະສິດ 6 ເສົາຄຳ້ ຄື: (1) ດ້ານການເຊື່ອມຈອດ; (2) ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ; (3) ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ; (4) ການພົວພັນດ້ານສະບຽງອາຫານ, ພະລັງງານ, ແລະ ນໍ້າ; (5) ດ້ານການທ່ອງທ່ຽວ ແລະ ວັດທະນະທຳ; ແລະ (6) ການສົ່ງເສີມການພັດທະນາແບບຍືນຍົງ ເພື່ອສົ່ງເສີມການຮ່ວມມື ຂອງ ACD. ພ້ອມນັ້ນ, ຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບ ການຮັບມື ແລະ ຟື້ນຟູ ສະພາບເສດຖະກິດ-ສັງຄົມ ໃນໄລຍະແຜ່ລະບາດ ແລະ ຫລັງການແຜ່ລະບາດຂອງພະຍາດ Covid-19 ເປັນຕົ້ນ ໃນຂະແໜງທ່ອງທ່ຽວ, ບໍລິການ ແລະ MSMEs.
ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ ຖະແຫລງການ ອັງກາລາ (Ankara Declaration) ເພື່ອເປັນທິດທາງການຮ່ວມມື ACD ໃນຕໍ່ໜ້າ ແລະ ກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ACD ຄັ້ງທີ 3 ທີ່ມີແຜນຈະຈັດໃນກາງປີ 2021 ໂດຍການເປັນເຈົ້າພາບຂອງ ກາຕ້າ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ເນັ້ນເຖິງ ຄວາມສຳຄັນໃນການວາງມາດຕະການຮັບມື ແລະ ຟື້ນຟູການພັດທະນາເສດຖະກິດ-ສັງຄົມ ພາຍຫລັງການແຜ່ລະບາດພະຍາດ COVID-19 ໂດຍສະເພາະການສົ່ງເສີມການຮ່ວມມືໃນຂະແໜງການທ່ອງທ່ຽວ, ສາທາລະນະສຸກ, ການຄ້າ ແລະ ການບໍລິການ. ພ້ອມນີ້, ຍັງໄດ້ຢຳ້ເຖິງການທົບທວນຄືນການຮ່ວມມື ACD ໃນໄລຍະຜ່ານມາ ເພື່ອກຳນົດຂົງເຂດການຮ່ວມມື ໃນຕໍ່ໜ້າໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃນໄລຍະໃໝ່.
ຂອບການຮ່ວມມື ACD ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2002, ສະມາຊິກເອຊີດີ ກໍ່ຕັ້ງໃນເບື່ອງຕົ້ນມີ18 ປະເທດ, ໃນນັ້ນ ລວມມີ ສປປ ລາວ ແລະ ສະມາຊິກ ອາຊຽນອື່ນໆ. ມາເຖິງປະຈຸບັນ ACD ມີສະມາຊິກທັງໝົດ 35 ປະເທດ ຄື: ອັບການິດສະຖານ, ບາເຣນ, ບັງກະລາເທດ, ພູຖານ, ບຣູໄນ, ກຳປູເຈຍ, ສປ ຈີນ, ອິນເດຍ, ອິນໂດເນຍເຊຍ, ອີຣ່ານ, ຍີ່ປຸ່ນ, ກາຊັກສະຖານ, ກູເວດ, ກາສະຖານ, ສ.ເກົາຫຼີ, ສປປ ລາວ, ມາເລເຊຍ, ມົງໂກລີ, ມຽນມາ, ໂອມານ, ປາກີສະຖານ, ຟີລິບປິນ, ກາຕາ, ລັດເຊຍ, ຊາອຸດິອາລາເບຍ, ສິງກະໂປ, ສີລັງກາ, ທາຈິກິດສະຖານ, ຕວັກກີ, ໄທ, ສະຫະລັດອາຣັບ ອິມິເຣດ, ອຸສະເບກິດສະຖານ, ສສ ຫວຽດນາມ, ເນປານ, ສ່ວນ ປາເລດສະຕິນ ເຂົ້າເປັນສະມາຊິກ ເອຊີດີ ເປັນປະເທດທີ່ 35, ຊຶ່ງໄດ້ຮັບຮອງເອົາໃນກອງປະຊຸມລັດຖະມົນຕີຕ່າງປະເທດ ACD ຄັ້ງທີ 16 ໃນເດືອນພຶດສະພາ 2019 ທີ່ ໂດຮາ, ກາຕ້າ.