ອົງການ ສປຊ ໄດ້ຈັດກອງປະຊຸມສະໄໝພິເສດ ຂອງສະມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບທາງໄກ ຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020, ທີ່ ນິວຢອກ ເພື່ອປຶກສາຫາລື ກ່ຽວກັບ ການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19. ຍ້ອນວ່າປັດຈຸບັນການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ.
ໃນກອງປະຊຸມດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວິດີໂອ ໃນວັນທີ 03 ທັນວາ 2020, ໂດຍມີເນື້ອໃນສໍາຄັນໃນການຢໍ້າຄືນເຖິງຜົນກະທົບອັນໃຫຍ່ຫຼວງ ຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວຕໍ່ຊີວິດການເປັນຢູ່ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຢູ່ບັນດາປະເທດຕ່າງໆໃນໂລກ. ສຳລັບ ສປປ ລາວ, ພະນະທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງ ທີ່ມີຜູ້ຕິດເຊື້້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງທ່ານເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດໃນປີ 2020 ຈະຫຼຸດລົງຈາກຜົນກະທົບດັ່ງກ່າວ. ພ້ອມດຽວກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການພັດທະນາແລະແຈກຢາຍວັກແຊັງໃຫ້ທົ່ວເຖິງ ແລະ ໃນລາຄາທີ່ສາມາດຊື້ໄດ້ເພື່ອຕ້ານພະຍາດດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນຊ່ວຍສົ່ງເສີມໂຄງການ “ວັກແຊັງຫຼາຍຝ່າຍ” ຫຼື COVAX ເພື່ອຮັບປະກັນໃຫ້ວັກແຊັງ COVID-19 ກາຍເປັນສິນຄ້າສາທາລະນະຂອງທຸກປະເທດໃນໂລກ.
ໃນຕອນທ້າຍ ພະນະທ່ານນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້ ຊົມເຊີຍ ແລະ ຂອບໃຈ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຜາອຸປະສັກໃນຄັ້ງນີ້ ແລະ ເພື່ອຟື້ນຟູເສດຖະກິດ-ສັງຄົມ ໃຫ້ກັບຄືນມາດີກວ່າເກົ່າ.