ໃນວັນທີ 21 ກຸມພາ 2020, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫວັງ ອີ້, ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ແລະ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19), ໃນລະຫວ່າງວັນທີ 19-20 ກຸມພາ, ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້,ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫວັງ ອີ້ ແລະ ຄະນະ ທີ່ເດີນທາງມາຢ້ຽມຢາມທາງການ ແລະ ເຂົ້າຮ່ວມກອງປະຊຸມສຳຄັນຢູ່ ສປປ ລາວ ໃນຄັ້ງນີ້,ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອແລະການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຫມັ້ນຄົງຍາວນານລະຫວ່າງລາວ-ຈີນຕາມທິດ 4 ດີກໍ່ຄືການເປັນຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດໃຫ້ໄດ້ຮັບການເພີ່ມພູນຄູນສ້າງແລະເກີດດອກອອກຜົນຂຶ້ນໄປເລື້ອຍໆ, ຊຶ່ງ ພັກ-ລັດຖະບານລາວໄດ້ຖືຄວາມສໍາຄັນເປັນຢ່າງຍິ່ງຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ຈີນ-ລາວທີ່ສະຫາຍປະທານບຸນຍັງວໍລະຈິດແລະສະຫາຍປະທານສີຈິ້ນຜິງໄດ້ຮ່ວມກັນລົງນາມໃນເດືອນເມສາ 2019 ຜ່ານມາ. ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການພົບປະສອງຝ່າຍລະຫວ່າງສະຫາຍຫວັງອີ້ກັບສະຫາຍສະເຫຼີມໄຊກົມມະສິດ, ທີ່ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນໃນຫຼາຍບັນຫາແບບກົງໄປກົງມາກ່ຽວກັບການຮ່ວມມືສອງຝ່າຍແລະຫຼາຍຝ່າຍບົນຈິດໃຈການເປັນຄູ່ຮ່ວມຊາຕາກຳຮ່ວມກັນໂດຍສະເພາະກ່ຽວກັບການກະກຽມຈັດກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງຄັ້ງທີ 3 ທີ່ຈະຈັດຂຶ້ນໃນເດືອນມີນາ 2020 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມກໍ່ຄືການກະກຽມຕ້ອນຮັບສະຫາຍຫລີເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ຈະມາຢ້ຽມຢາມຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດດັ່ງກ່າວ ຢູ່ ສປປລາວໃນທ້າຍເດືອນມີນາທີ່ຈະມາເຖິງນີ້, ສະຫາຍ ນາຍົກ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຜົນສຳເລັດກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ5 ແລະ ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຈີນ ສະໄໝພິເສດ ກ່ຽວກັບ ການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Covid-19)ແລະສະແດງຄວາມເຫັນໃຈຢ່າງສຸດຊຶ້ງຕໍ່ລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະຕໍ່ຍາດພີ່ນ້ອງຜູ້ໄດ້ຮັບເຄາະຮ້າຍ ຈາກການແຜ່ລະບາດຂອງເຊ່ື້ອພະຍາດດັ່ງກ່າວ ແລະ ສະແດງຄວາມເຊື່ອຫມັ້ນວ່າພາຍໃຕ້ການຊີ້ນໍານໍາພາຂອງລັດຖະບານ ແລະ ຄວາມມຸ້ງຫມັ້ນຂອງປະຊາຊົນ, ສປ ຈີນ ຈະສາມາດຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ. ພິເສດໃນປີ 2021 ທີ່ຈະມາເຖິງນີ້ ສອງປະເທດ ຈະຮ່ວມກັນປຶກສາຫາລືເພື່ອຈັດກິດຈະກຳສະເຫຼີມສະຫຼອງປີມິດຕະພາບ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນຂອງສອງປະເທດ ໃຫ້ມີຄວາມໝາຍສຳຄັນ ແລະ ມີບັນຍາກາດອັນຟົດຟື້ນ.
ໃນໂອກາດດຽວກັນ, ສະຫາຍ ຫວັງ ອີ້ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນຄັ້ງນີ້, ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບ ສປປ ລາວ ກໍຄືການຮ່ວມມືຂອງສອງກະຊວງການຕ່າງປະເທດ ທີ່ມີໜ້າທີ່ໂດຍກົງໃນການຊຸກຍູ້ໃຫ້ແກ່ການຕົກລົງຂອງການນຳສອງປະເທດ ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ,ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ແລະການເປັນຄູ່ຮ່ວມຊາຕາກຳ ລະຫວ່າງ ສປປ ລາວ ແລະ ສປ ຈີນ.