ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຢູນ ຊູນ ກູ (Yoon Soon Gu), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 15-17 ກໍລະກົດ 2019, ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານຮອງລັດຖະມົນຕີ ຢູນ ຊູນ ກູ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ຕະຫລອດໄລຍະສອງທົດສະວັດ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ຜ່ານມາ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນຫຼາຍລະດັບ ຢ່າງເປັນປົກກະຕິ. ພ້ອມນີ້, ຍັງສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນ ທາງດ້ານການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ເອົາໃຈໃສ່ໃຫ້ການຊ່ວຍເຫຼືອບັນເທົາທຸກທາງດ້ານວິຊາການ, ວັດຖຸ ແລະ ຊັບສິນ ໃຫ້ແກ່ຜູ້ໄດ້ຮັບເຄາະຮ້າຍ ໃນໄລຍະທີ່ປະຊາຊົນລາວ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ຢູ່ ແຂວງອັດຕະປື ໃນເດືອນກໍລະກົດ 2018 ທີ່ຜ່ານມາ, ພ້ອມທັງຊ່ວຍຟື້ນຟູສະພາບ ໃຫ້ຄືນສູ່ປົກກະຕິ ແລະ ຫວັງວ່າ ສ.ເກົາຫລີ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວ ໃຫ້ກາຍເປັນເຂດພັດທະນາ ແລະ ສືບຕໍ່ໂຄງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ສາມາດນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນລາວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນເປັນກ້າວໆ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ອວຍພອນໃຫ້ ທ່ານຮອງລັດຖະມົນຕີ ຢູນ ຊູນ ກູ ຈົ່ງປະສົບຜົນສຳເລັດໃນການປະຕິບັດພາລະກິດ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.
ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ຢູນ ຊູນ ກູ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານ ກໍຄື ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ພ້ອມທັງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຈະສືບຕໍ່ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.