ໃນວັນທີ 25 ມິຖຸນາ 2019, ທີ່ ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ຈິງ ດິງ ຢຸງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 24-25 ມິຖຸນາ 2019.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ຈິງ ດິງ ຢຸງ ແລະ ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເພື່ອທົບທວນຄືນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍ ຕໍ່ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງການນຳສອງປະເທດ ໂດຍສະເພາະແມ່ນການຮ່ວມມືດ້ານພະລັງງານ ແລະ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາສູງຕໍ່ການນຳຂອງສອງປະເທດ ທີ່ໄດ້ເອົາໃຈໃສ່ຕິດຕາມ, ສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງສອງກົມການເມືອງ, ຂໍ້ຕົກລົງຂອງສອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມແລະບັນດາຂໍ້ຕົກລົງສັນຍາອື່ນໆກໍ່ຄືຜົນການຢ້ຽມຢາມຂອງບັນດາການນໍາຂັ້ນສູງ ພັກ-ລັດ ຂອງສອງປະເທດ, ຕີລາຄາສູງການຮ່ວມມືທາງດ້ານພະລັງງານໄຟຟ້າ ພາຍຫຼັງທີ່ສອງຝ່າຍ ໄດ້ເຊັນສັນຍາ MOU ນຳກັນນັບແຕ່ປີ 2016 ເປັນຕົ້ນມາ. ໃນໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແຫ່ງ ສສ.ຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະແມ່ນໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີແລະເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ມີຄວາມແໜ້ນແຟ້ນແລະມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ໃນຂະນະດຽວກັນ, ສະຫາຍ ຈິງ ດິງ ຢຸງ ກໍ່ໄດ້ແຈ້ງໃຫ້ຊາບຄືນ ຜົນຂອງກອງປະຊຸມພົບປະ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຂອງທັງສອງສະຫາຍຮອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ເພື່ອສຸມໃສ່ແກ້ໄຂບັນດາວຽກທີ່ຍັງຄ້າງຄາ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມກຳນົດໄວ້. ພ້ອມດຽວກັນນີ້, ສະຫາຍ ຈິງ ດິງ ຢຸງ ໄດ້ສະແດງຄວາມຄວາມຂອບໃຈຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໃຫ້ທິດຊີ້ນຳພາກສ່ວນກ່ຽວຂ້ອງຂອງຫວຽດນາມ ປະສານສົບທົບກັບຝ່າຍລາວ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ຮ່ວມລົງນາມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງຫຼາຍຂຶ້ນ ແລະ ມີບາດກ້າວອັນໃໝ່ໃຫຍ່ກວ່າເກົ່າ.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ອວຍພອນໃຫ້ ສະຫາຍ ຈິງ ດິງ ຢຸງ ພ້ອມດ້ວຍຄະນະ ປະສົບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ສະຫາຍ ຈິງ ດິງ ຢຸງ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວນຳອີກດ້ວຍ.