ໃນລະຫວ່າງວັນທີ 15-16 ພຶດສະພາ 2019, ທ່ານ ໂຮເຊ ກຣາເຊຍໂນ ດາ ຊິວວາ, ຜູ້ອຳນວຍການໃຫ່ຍອົງການອາຫານ ແລະ ການກະເສດ (FAO) ແລະ ທ່ານ ເດວິດ ບີສລີ, ເລຂາບໍລິຫານງານ ອົງການອາຫານໂລກ (WFP) ຈາກຫ້ອງການສຳນັກງານໃຫຍ່ ທີ່ ປະເທດ ອິຕາລີ; ແລະ ທ່ານ ໂທມັດ ຣັດ, ຫົວໜ້າອົງການ ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ປະຈຳ ສສ ຫວຽດນາມ, ທັງເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຊຶ່ງເປັນຄັ້ງທຳອິດສຳລັບເຈົ້າໜ້າທີ່ຂັ້ນສູງ ຂອງ ອົງການເຄືອຂ່າຍ ສປຊ ທີ່ມີຫ້ອງການໃຫຍ່ຕັ້ງຢູ່ ນະຄອນຫຼວງໂຣມ ປະເທດ ອິຕາລີ ແລະ ຫົວໜ້າອົງການ IFAD ປະຈຳ ສສ ຫວຽດນາມ.
ໃນໂອກາດດັ່ງກ່າວຄະນະຜູ້ແທນຈາກ ອົງການ FAO, WFP ແລະ IFADໄດ້ເຂົ້າຢ້ຽມຂໍ່ານັບການນຳຂັ້ນສູງຂອງ ສປປ ລາວ ໂດຍໄດ້ເຂົ້າພົບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ; ແລະ ທ່ານ ປອ. ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ເພື່ອເປັນການຮັດແໜ້ນສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ 03 ອົງການດັ່ງກ່າວ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.ພ້ອມດຽວກັນນັ້ນ, ຄະນະດັ່ງກ່າວໄດ້ເດີນທາງໄປຢ້ຽມຢາມ ແຂວງ ອຸດົມໄຊ ໂດຍໄດ້ມີການເຂົ້າພົບປະກັບການນຳຂອງແຂວງ ແລະ ໄດ້ມີພິທີມອບ-ຮັບ ໂຄງການອາຫານທ່ຽງສຳລັບເດັກນ້ອຍ ທີ່ຈັດຕັ້ງປະຕິບັດຢູ່ ເມືອງ ໄຊ, ແຂວງ ອຸດົມໄຊ ໂດຍມີຕາງໜ້າຈາກພາກສ່ວນຂະແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກ 03 ອົງການດັ່ງກ່າວ ໄດ້ແກ່ ອົງການFAO ໂດຍມີມູນຄ່າຫຼາຍກວ່າ 52 ລ້ານໂດລາສະຫະລັດ; ອົງການ IFAD ມູນຄ່າ 47.6 ລ້ານໂດລາສະຫະລັດ ແລະ ອົງການ WFP ສຳລັບ ແຜນງານຍຸດທະສາດ ພາຍໃຕ້ປີ 2017 - 2021 ແມ່ນມີມູນຄ່າທັງໝົດ 78 ລ້ານໂດລາສະຫະລັດ, ຊຶ່ງບັນດາໂຄງການຊ່ວຍເຫຼືອສ່ວນໃຫຍ່ ແມ່ນສຸມໃສວຽກງານຄ້ຳປະກັນສະບຽງອາຫານ, ໂພຊະນາການ ແລະ ສົ່ງເສີມການກະສິກຳແບບຍືນຍົງ.
ປັດຈຸບັນ, ລັດຖະບານ ພວມສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ຄັ້ງທີ 8 (2016-2020) ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຊຶ່ງໜຶ່ງໃນເປົ້າໝາຍທີ່ສຳຄັນແມ່ນ ເພື່ອປັບປຸງຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ ແລະ ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດ. ສະນັ້ນ, ການເດີນທາງມາຢ້ຽມຢາມໃນຄັ້ງນີ້ ຈຶ່ງຖືເປັນນິມິດໝາຍອັນໃໝ່ ແລະ ບາດກ້າວທີ່ສຳຄັນ ສະແດງໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືທີ່ດີຂອງ ສປປ ລາວ ແລະ ອົງການກ່ຽວຂ້ອງໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືໃນຂົງເຂດວຽກງານຄ້ຳປະກັນສະບຽງອາຫານ ແລະໂພຊະນາການ, ຊຶ່ງທັງສອງຝ່າຍເຫັນເອກະພາບຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ກໍ່ຄື ການຈັດຕັ້ງປະຕິບັດ ປພຍ ທີ 2 “ການລົບລ້າງໄພອຶດຫິວ” ຊຶ່ງເປັນວຽກທີ່ຕິດພັນໂດຍກົງກັບບູລິມະສິິດ ແລະ ເປົ້າໝາຍຂອງທັງ 03 ອົງການ ໃຫ້ບັນລຸຕາມຄາດໝາຍ.