ໃນຕອນແລງຂອງວັນທີ 26 ເມສາ 2019, ໃນໂອກາດຢ້ຽມຢາມລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ພົບປະກັບ ສະຫາຍ ລີ ຈ້ານຊູ, ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາປະຊາຊົນທົ່ວປະເທດຈີນ.
ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ພົບກັບ ສະຫາຍ ລີ ຈ້ານຊູ, ໄດ້ຕີລາຄາສູງຕໍ່ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ທີ່ໄດ້ສະເໜີແນວຄວາມຄິດອັນໃໝ່ ໃນການກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຕີລາຄາສູງຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມສະພາປະຊາຊົນທົ່ວປະເທດຈີນ ສະໄໝສາມັນ ເທື່ອທີ 2 ຊຸດທີ XIII ໃນເດືອນມີນາທີ່ຜ່ານມາ, ທັງໄດ້ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ; ໄດ້ຕີລາຄາຄືນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍ່ຄືການພົວພັນ ລະຫວ່າງ ສອງອົງການນິຕິບັນຍັດ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້າ ສະພາ ຂອງ 2 ປະເທດ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ-ຈີນ.
ສະຫາຍ ລີ ຈ້ານຊູ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະທີ່ເດີນທາງມາຢ້ຽມຢາມ ສປ ຈີນ ຄັ້ງນີ້, ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການພົວພັນ ລະຫວ່າງ ສອງປະເທດ, ໄດ້ຕີລາຄາສູງຕໍ່ ການນໍາສູງສຸດ ຂອງ ສອງພັກ, ສອງລັດ ຈີນ-ລາວ ທີ່ເປັນຜູ້ນໍາໜ້າພາທາງໃນການເຮັດໃຫ້ການພົວພັນສອງປະເທດ ກ້າວຂຶ້ນສູ່ໄລຍະທີ່ດີທີ່ສຸດໃນປະຫວັດສາດ. ຝ່າຍຈີນ ຍິນດີຈະເພີ່ມທະວີການຮ່ວມມື ລະຫວ່າງ 2 ສະພາ ແລະ 2 ອົງການນິຕິບັນຍັດ ຂອງສອງປະເທດ.