ໃນຕອນເຊົ້າ ຂອງວັນທີ 05 ທັນວາ 2018, ຢູ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຣູເບັນ ດາຣີໂອ ໂມລີນາ (Rubén Darío Molina), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ຜູ້ຊີ້ນໍາວຽກງານຂົງເຂດອາຊີ, ຕາເວັນອອກກາງແລະ ໂອເຊອານີ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 04-05 ທັນວາ 2018.
ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ພ້ອມທັງຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການຈັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ເວເນຊູເອລາ ຄັ້ງປະຖົມມະລືກ ແນ່ໃສ່ຊອກຫາຊ່ອງທາງເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນດີຖານອ້າຍນ້ອງ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄື ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນ.
ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດເວເນຊູເອລາ ກໍ່ໄດ້ສົ່ງຄໍາເຊື້ອເຊີນ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດເວເນຊູເອລາ ໃຫ້ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄປຢ້ຽມຢາມ ເວເນຊູເອລາ ໃນເວລາທີ່ເໝາະສົມ, ເຊິ່ງທ່ານລັດຖະມົນຕີກະຊວງການຕ່າງປະເທດລາວເຮົາ ໄດ້ຕອບຮັບໃນດ້ານຫຼັກການ ສ່ວນວັນເວລາລະອຽດ ສອງຝ່າຍຈະໄດ້ຕົກລົງກັນໂດຍຜ່ານຊ່ອງທາງການທູດ.
ສປປ ລາວ ແລະ ເວເນຊູເອລາ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 05 ຕຸລາ 2005, ຕະຫຼອດໄລຍະທີ່ຜ່ານມາ ສອງປະເທດໄດ້ມີການພົວພັນຢ່າງປົກກະຕິ ແລະ ໄດ້ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍໃນເວທີພາກພື້ນກໍ່ຄືສາກົນ.