ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນວັນທີ 23 ພະຈິກ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ສຸດສະມາ ຊະວາຣາດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດສະມາ ຊະວາຣາດ ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ພະນະທ່ານ ນາຍົກລັດຖະມົນຕີ ແລະ ໄດ້ລາຍງານຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມື ລາວ-ອິນເດຍ ຄັ້ງທີ 9 ໃຫ້ ພະນະທ່ານ ນາຍົກລັດຖະມົນຕີ ຊາບ.
ໃນຂະນະດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືສອງຝ່າຍອັນເປັນມູນເຊື້ອດີງາມ ທີ່ມີມາແຕ່ດົນນານນີ້, ໂດຍສະເພາະການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ອິນເດຍ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ.