ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຖານທູດລາວ ທີ່ບາງກອກ ຈັດງານສະເຫລີມສະຫລອງປີໃໝ່ລາວ ພສ 2561

laonew emthai

   ວັນທີ 13 ເມສາ 2018, ຢູ່ທີ່ບາງກອກ,ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ພ.ສ 2560 ແລະ ຕ້ອນຮັບວັນ ຂຶ້ນປີໃໝ່ ພ.ສ 2561 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນແລະເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ ຕໍ່ການພົວພັນອັນດີງາມຂອງສອງຊາດ ລາວ-ໄທ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ; ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ພັນລະຍາ; ປະທານສະມາຄົມລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ; ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ; ກົງສຸນໃຫຍ່ລາວປະຈໍາຂອນແກ່ນ, ເຈົ້າໜ້າທີ່ສໍານັກພະຣາຊະວັງ,ບັນດາພະນັກງານສະຖານທູດ, ພ້ອມດ້ວຍຂກທີ່ມີກຽດທັງ ພາກລັດ-ເອກະຊົນທັງລາວ ແລະ ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.

            ໃນໂອກາດອັນສະຫງ່າລາສີນີ້, ສະຖານທູດ ໄດ້ຈັດພິທີບາສີສູ່ຂວັນເພື່ອເປັນສີລິມຸງຄຸນໃນໂອກາດວັນຂຶ້ນປີໃໝ່ລາວ ແລະ ເພື່ອອວຍພອນໄຊປີໃໝ່ຊຶ່ງກັນແລະກັນ, ເຊິ່ງໃນພິທີ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບກຽດຂຶ້ນກ່າວອວຍພອນໄຊປີໃໝ່ແດ່ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ແຂກທີ່ເຂົ້າຮ່ວມພ້ອມທັງ ອວຍພອນໃຫ້ສາຍພົວພັນລະຫວ່າງສອງປະເທດລາວ-ໄທ ໃຫ້ນັບມື້ຈະເລີນງອກງາມຍິ່ງຂຶ້ນເລື້ອຍໆໄປ.

          ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ແສງ ສຸຂະທິວົງ ໄດ້ກ່າວຄໍາເຫັນວ່າ: “ການສະເຫຼີມສະຫຼອງບຸນປີໃໝ່ ພສ 2561 ຄັ້ງນີ້ ມີຂຶ້ນໃນທ່າມກາງບັນຍາກາດ ທີ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ, ເຊິ່ງເປັນບ້ານໃກ້ເຮືອນຄຽງແລະ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີ, ວັດທະນະທຳ, ພາສາ, ສາດສະໜາ ແລະ ການດຳລົງຊີວິດທີ່ຄ້າຍຄືກັນນັ້ນ ພວມເບັ່ງບານ ແລະ ກ້າວຂຶ້ນສູ່ລະດັບທີ່ດີງາມ ໂດຍທັງສອງຝ່າຍໄດ້ມີການແລກປ່ຽນການພົບປະຢ້ຽມຢາມຊຶ່ງກັນແລະກັນໃນຫຼາຍລະດັບ: ທັງພາກລັດຖະບານ, ພາກທຸລະກິດ ແລະ ພາກປະຊາຊົນ ເຮັດໃຫ້ການຮ່ວມມືສອງຝ່າຍ ທາງດ້ານທຸລະກິດ-ການຄ້າ, ການລົງທຶນ, ດ້ານວັດທະນະທຳ-ສັງຄົມ ແລະ ດ້ານການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ ເພື່ອເຊື່ອມໂຍງເຂົ້າຫາກັນນັ້ນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງ ເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ໄທ ສາມາດເດີນທາງໄປຢ້ຽມຢາມທ່ອງທ່ຽວ ແລະ ທຳບຸນກຸສົນຮ່ວມກັນ ໄດ້ຢ່າງສະດວກສະບາຍ.

ທ່ານທູດ ແສງ ຍັງສະແດງຄວາມຮູ້ບຸນຄຸນ ຕໍ່ພະຣາຊະວັງ, ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍດ້ານ ເຊັ່ນ: ບັນດາໂຄງການພະຣາຊະດຳຣິຂອງສົມເດັດພະເທບ, ການຮ່ວມມືທາງດ້ານທຸລະກິດ-ການຄ້າ, ການລົງທຶນ, ດ້ານວັດທະນະທຳສັງຄົມ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486653
ມື້ນີ້46
ມື້ວານ161
ອາທິດນີ້315
ເດືອນນີ້46