ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ່ 3, ຊຶ່ງຈັດຂຶ້ນໃນວັນທີ 4-5 ເມສາ 2018, ທີ່ ສຽມຣຽບ, ຣາຊະອານາຈັກ ກໍາປູເຈຍ, ໃນວັນທີ 04 ເມສາ 2018, ພະນະທ່ານ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ.
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງ ການພົວພັນ ແລະ ການຮ່ວມມືຂອງສອງປະເທດທີ່ມີມາແຕ່ດົນນານ, ຊຶ່ງມີບາດກ້າວຂະຫຍາຍຕົວໃນຫຼາຍດ້ານ, ເປັນຕົ້ນ: ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ, ສອງປະເທດໄດ້ແລກປ່ຽນການຢ້ຽມຢາມ ແລະ ພົບປະກັນໃນລະດັບຕ່າງໆຢ່າງເປັນປົກກະຕິ; ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຊົມເຊີຍການເປີດນໍາໃຊ້ດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການ ໃນປີ 2017 ຜ່ານມາ, ຊຶ່ງສາມາດອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ. ທັງສອງຝ່າຍຍັງໄດ້ປຶກສາຫາລືໃນການຮ່ວມມືດ້ານໄຟຟ້າ ແລະ ຊຸກຍູ້ການແກ້ໄຂບັນຫາຊາຍແດນຮ່ວມກັນ ໃຫ້ສໍາເລັດຕາມທີ່ສອງຝ່າຍໄດ້ຕົກລົງກັນ. ພ້ອມກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ເຊີນຊວນປະຊາຊົນກໍາປູເຈຍ ເຂົ້າມາທ່ອງທ່ຽວຢູ່ລາວໃຫ້ຫຼາຍຂຶ້ນຕຶ່ມ ໃນໂອກາດປີທ່ອງທ່ຽວລາວ ປີ 2018 ນີ້.
ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ສົມເດັດ ເຕໂຈ ຮຸນແຊນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ່ 3 ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຄະນະຜູ້ແທນລາວ ຢ່າງອົບອຸ່ນຂອງຝ່າຍກໍາປູເຈຍ ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້.