ພະນະທ່ານ ບຸນຍັງ ວໍລະຈິດ,
ປະທານປະເທດ ແຫ່ງ ສປປ ລາວ,
ທີ່ ນະຄອນຫຼວງວຽງຈັນ
ພະນະທ່ານ,
ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ໃນນາມຕ້າງໜ້າ ປະຊາຊົນ ແລະ ລັດຖະບານ ແຫ່ງ ປາກິດສະຖານ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ.
ປາກິດສະຖານ ແລະ ລາວ ມີສາຍພົວພັນທີ່ໃກ້ຊິດ ແລະ ສະໜິດສະໜົມ, ຂ້າພະເຈົ້າ ຫວັງວ່າຈະໄດ້ເຮັດວຽກຮ່ວມກັບພະນະທ່ານ ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດພວກເຮົາໃນອານາຄົດ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ໃຫ້ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ຂໍອວຍພອນໃຫ້ ປະຊາຊົນລາວ ຈົ່ງມີຄວາມກ້າວໜ້າ ແລະ ວັດທະນາຖາວອນ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,
ມາມນູນ ຮັດເຊັນ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ