ໃນວັນທີ 24 ພະຈິກ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ອີຣມາວັນ ເອມີຣ ວິດສນັນດາຣ (Irmawan Emir Wisnandar), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ, ໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ສປປ ລາວ,ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດອິນໂດເນເຊຍ, ເພື່ອເປັນການຊົມເຊີຍ ແລະ ຍ້ອງຍໍສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ທີ່ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການທູດຢ່າງຫ້າວຫັນໃນການຊຸກຍູ້ການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ, ຊຸກຍູ້ໃຫ້ມີການຮ່ວມມືດ້ານການຄ້າ-ການລົງທຶນ ລະຫວ່າງ ນັກທຸລະກິດສອງປະເທດ ໃຫ້ຫຼາຍຂຶ້ນ. ພິເສດປີ 2017 ນີ້ ເປັນປີແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 60 ປີ (30/08/1957-30/08/2017) ສອງປະເທດໄດ້ຮ່ວມກັນ ຈັດບັນດາກິດຈະກໍາ ແລະ ການເຄື່ອນໄຫວຕ່າງໆເຊັ່ນ: ການຈັດງານການຄ້າ ແລະ ການທ່ອງທ່ຽວ, ການແລກປ່ຽນທາງດ້ານວັດທະນະ ທໍາ, ການຈັດການສຳມະນາ ກ່ຽວກັບ ການພົວພັນສອງຝ່າຍ, ງານວາງສະແດງຮູບພາບ, ກິດຈະກຳກອງທຶນເພື່ອການກຸສົນ, ການຈັບຄູ່ຮ່ວມດ້ານທຸລະກິດ ແລະ ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນໂດເນເຊຍ ຄົບຮອບ 60 ປີ ໃນເດືອນຕຸລາ ທີ່ຜ່ານມາ, ລວມທັງການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ, ຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດ ຕະຫຼອດໄລຍະຜ່ານມານັ້ນ ໃຫ້ນັບມື້ໄດ້ຮັບການຍົກລະດັບຂຶ້ນເປັນກ້າວໆ. ພ້ອມດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ອິນໂດເນເຊຍ ທີ່ໄດ້ໃຫ້ທຶນການສຶກສາແກ່ ສປປ ລາວ ແລະ ສະໜັບສະໜູນເງິນຊ່ວຍເຫຼືອລ້າ ຈຳນວນ 1 ລ້ານ ໂດລາ ສະຫະລັດ ແກ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເປັນປະທານ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ທີ່ນະຄອນຫຼວງວຽງຈັນ, ໃນປີ 2016 ຜ່ານມາ, ຈົນໄດ້ຮັບຜົນສຳເລັດອັນຈົບງາມ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ທ່ານທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງທ່ານ.
ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍ່ຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສຳເລັດອັນຈົບງາມ. ໃນພິທີປະດັບຫຼຽນກາມິດຕະພາບດັ່ງກ່າວ, ທ່ານທູດ ຍັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ ລັດຖະບານ ແຫ່ງ ສປປ ລາວ ທີ່ເຫັນໄດ້ ແລະ ຍ້ອງຍໍຊົມເຊີຍຜົນງານຂອງຜູ້ກ່ຽວ ຊຶ່ງຈະເປັນສັນຍາລັກທີ່ດີ ໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍໃນຕໍ່ໜ້າ.