ໃນວັນທີ 08 ພະຈິກ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຊັກຄ໌ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ(Sheikh Jassim Bin Abdulrahman Al Thani), ເອກອັກຄະຣາຊະທູດ ແຫ່ງລັດ ກາຕາ ປະຈຳ ສປປ ລາວ ຄົນໃໝ່, ເຊິ່ງມີສໍານັກງານສະຖານທູດຕັ້ງຢູ່ບາງກອກ, ປະເທດໄທ.
ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດໃນໂອກາດທີ່ທ່ານໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງລັດ ກາຕາ ຄົນໃໝ່ ປະຈໍາ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມື, ການສະໜັບສະໜູຸນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນລະຫວ່າງ ລາວ-ກາຕາ ໃນໄລຍະຜ່ານມາ ກໍຄືນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 03 ກຸມພາ 2005 ເປັນຕົ້ນມາຊຶ່ງເປັນການປະກອບສ່ວນເຮັດໃຫ້ວຽກງານການທູດ ແລະ ການເມືອງຂອງທັງສອງປະເທດໄດ້ຮັບການຂະຫຍາຍຕົວຫຍິ່ງຂຶ້ນ. ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ຢືນຢັນວ່າຈະປະກອບສ່ວນທຸກຄວາມສາມາດຂອງຕົນ ໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ກໍຄືການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃນຄັ້ງນີ້ໃຫ້ໃຫ້ມີຜົນສຳເລັດຢ່າງຈົບງາມ.
ນອກຈາກນີ້, ທັງສອງຝ່າຍກໍ່ໄດ້ປຶກສາຫາລື ກ່ຽວກັບ ການເສີມຂະຫຍາຍການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດໃຫ້ມີບາດກ້າວອັນໃໝ່, ຊຶ່ງການຢ້ຽມຢາມສປປລາວຂອງຜູ້ຊ່ວຍລັດຖະມົນຕີຕ່າງປະເທດແຫ່ງລັດ ກາຕາ ໃນເດືອນກຸມພາ 2015 ໄດ້ເປັນຂີດໝາຍອັນສຳຄັນໃນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືລະຫວ່າງສອງປະເທດ. ໂດຍສືບຕໍ່ຜັນຂະຫຍາຍຜົນຂອງການຢ້ຽມຢາມດັ່ງກ່າວ, ທັງສອງຝ່າຍໄດ້ສຳເລັດການລົງນາມສັນຍາວ່າດ້ວຍການຂົນສົ່ງທາງອາກາດ (Air Service Agreement) ໃນວັນທີ 22 ພຶດສະພາ 2017 ແລະ ມີຜົນບັງຄັບໃຊ້ນັບແຕ່ວັນທີ 30 ຕຸລາ 2017 ເປັນຕົ້ນໄປ. ນອກຈາກນັ້ນ, ຝ່າຍລາວກໍໄດ້ສົ່ງບັນຊີໂຄງການບູລິມະສິດ 4 ໂຄງການເພື່ອສະເໜີການສະໜັບສະໜູນຈາກລັດຖະບານກາຕາ. ໃນໄລຍະຜ່ານມາລັດຖະບານກາຕາໄດ້ໃຫ້ການຊ່ວຍເຫຼືອທາງດ້ານການພັດທະນາຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ໂດຍສົມທົບກັບລັດຖະບານສິງກະໂປ ໃນການຈັດຝຶກອົບຮົມໃຫ້ແກ່ພະນັກງານລັດຖະກອນຂອງລາວ ຢູ່ປະເທດສິງກະໂປ, ຊຶ່ງໃນຕໍ່ໜ້າສະເໜີໃຫ້ມີການຮ່ວມມືແບບສອງຝ່າຍ ໃນການຈັດຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ນັກການທູດໜຸ່ມນ້ອຍຂອງ ສປປ ລາວ, ໂດຍການຮ່ວມມືກັບສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ທັງສອງຝ່າຍຍັງເຫັນດີທີ່ຈະສືບຕໍ່ປຶກສາຫາລື ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ ກໍຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ຕື່ມອີກ.
ໃນຕອນທ້າຍ, ທ່ານລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະສົບຜົນສຳເລັດຕະຫລອດໄລຍະໃນການປະຕິບັດໜ້າທີ່ການທູດຂອງຕົນຢ່າງຈົບງາມ.