ໃນຕອນເຊົ້າຂອງວັນທີ 18 ສິງຫາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຫວັງ ເຫວີນທຽນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ. ຈີນ ປະຈຳ ສປປ ລາວ ຄົນໃໝ່.
ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປ. ຈີນ ປະຈຳ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ແລະ ຄູ່ຮ່ວມສະຕາກຳດຽວກັນ ລະຫວ່າງ ສປປ ລາວ - ສປ. ຈີນ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກເປັນກ້າວໆ, ໂດຍເຫັນໄດ້ຈາກການສ້າງຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ; ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ລະຫວ່າງສອງປະເທດຢ່າງເປັນປົກກະຕິ; ການຂະຫຍາຍຕົວທາງດ້ານການພົວພັນຮ່ວມມືໃນຂະແໜງເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ; ແລະ ການຮ່ວມມືຢ່າງສະໜິດແຫນ້ນຂອງສອງກະຊວງການຕ່າງປະເທດ. ພ້ອມກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈ ລັດຖະບານ ສປ. ຈີນ ຕໍ່ການຕ້ອນຮັບ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການນຳຂັ້ນສູງຂອງ ສປປ ລາວ ໃນການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຕ່າງໆ ທີ່ ສປ. ຈີນ ເປັນເຈົ້າພາບ; ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມຄັ້ງປະຖົມມະລຶກ ເວທີປຶກສາຫາລື ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວທາງ ໜຶ່ງເສັ້ນທາງ ຂອງ ສປ. ຈີນ ໃນເດືອນພຶດສະພາ ທີ່ຜ່ານມາ. ໃນມໍ່ໆມານີ້ໝາກຜົນແຫ່ງການພົວພັນຮ່ວມມືຂອງສອງຝ່າຍຍິ່ງໄດ້ຮັບຜົນສໍາເລັດເພີ່ມຂຶ້ນ ໂດຍສະເພາະແມ່ນຄວາມຄືບໜ້າຂອງການສ້າງທາງລົດໄຟຄວາມໄວສູງລະຫວ່າງລາວ - ຈີນ, ທີ່ເປັນໂຄງການຍຸດທະສາດສໍາຄັນທີ່ຈະປະກອບສ່ວນໃນການສ້າງສາພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ແລະ ການເຊື່ອມຈອດໃນພາກພື້ນທີ່ສໍາຄັນ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທີ່ທ່ານທູດ ປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານຈະສືບຕໍ່ເຄື່ອນໄຫວຊຸກຍູ້ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມານັ້ນ ໃຫ້ຈະເລີນງອກງາມຂຶ້ນເລື້ອຍໆ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ.
ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ຫວັງ ເຫວີນທຽນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ກຽດຕ້ອນຮັບ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະປະກອບສ່ວນທຸກຄວາມສາມາດຂອງຕົນ ໃນການຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືສອງຝ່າຍ ກໍຄືການປະຕິບັດວຽກງານການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ມີຜົນສຳເລັດຢ່າງຈົບງາມ.