ໃນວັນທີ 07 ມິຖຸນາ 2017, ທີ່ ທຳນຽບປະທານປະເທດ, ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ Michael GRAV, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ເຢຍລະມັນ ປະຈຳ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ພັນຄຳ ວິພາວັນ ໄດ້ສະແດງຄວາມຊົມເຊີຍ, ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານ Michael GRAV ຊຶ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ເຢຍລະມັນ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ ເຢຍລະມັນ, ຊຶ່ງເປັນການປະກອບສ່ວນສຳຄັນ ໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງລາວ ແລະ ເຫັນວ່າ ການຮ່ວມມືສອງຝ່າຍ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ອວຍພອນໃຫ້ທ່ານທູດ ກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະປະສົບຜົນສຳເລັດ ໃນພາລະກິດໃໝ່ຂອງທ່ານ.
ໃນໂອກາດດຽວກັນ, ທ່ານ Michael GRAV ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງທ່ານຮອງປະທານປະເທດ ທີ່ໄດ້ສະຫລະເວລາອັນມີຄ່າໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້, ພ້ອມຖືໂອກາດດັ່ງກ່າວ, ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາການນຳພັກ-ລັດຕະຫລອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງໜ້າເພິ່ງພໍໃຈ.
ພາບ ແລະ ເນື້ອໃນ: ຂປລ