ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2017, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ Karin Hulshof, ຜູ້ອໍານວຍການອົງການອຸຍນິເຊັບປະຈຳພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ພ້ອມດ້ວຍຄະນະ, ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ແຕ່ວັນທີ 22-25 ພຶດສະພາ 2017.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ອົງການອຸຍນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະທີ່ຜ່ານມາ ໂດຍຜ່ານການຈັດຕັ້ງປະຕິບັດແຜນງານການຮ່ວມມືຂອງອົງການອຸຍນິເຊັບກັບລັດຖະບານ ສປປ ລາວ, ເຊິ່ງແຜນງານດັ່ງກ່າວ ແມ່ນສອດຄ່ອງກັບແນວທາງນະໂຍບາຍ ແລະ ບູລິມະສິດການພັດທະນາຂອງປະເທດລາວ. ທ່ານ ຍັງໄດ້ສະເໜີໃຫ້ອົງການອຸຍນິເຊັບ ສືບຕໍ່ເລັ່ງລັດການຈັດຕັ້ງແຜນງານຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງ ສປປ ລາວ ໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງເປົ້າໝາຍທີ່ວາງໄວ້.
ທ່ານ ນາງ Karin Hulshof ກໍ່ໄດ້ສະແດງຄວາມຂອບໃຈອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ຕະຫຼອດໄລຍະຂອງການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຍິນດີທີ່ເຫັນວ່າການຮ່ວມມືລະຫວ່າງອົງການອຸຍນິເຊັບ ແລະ ສປປ ລາວ ແມ່ນໄດ້ຮັບໝາກຜົນເປັນຢ່າງດີ ຕະຫຼອດມາ. ທ່ານ ຍັງໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ກໍ່ຄືການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຢູ່ ສປປ ລາວ.
ແຜນງານການຮ່ວມມືລະຫວ່າງອົງການອຸຍນິເຊັບ ແລະ ລັດຖະບານ ສປປ ລາວ ສົກປີ 2017-2021 ກວມເອົາ 5 ຂົງເຂດເປົ້າໝາຍຄື: ວຽກງານສາທາລະນະສຸກ ແລະ ໂພຊະນາການ; ນ້ຳສະອາດ ແລະ ວຽກງານສຸຂະອະນາໄມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ການສຶກສາ; ການປົກປ້ອງເດັກ ແລະ ການມີສ່ວນຮ່ວມຂອງສັງຄົມ ໂດຍມູນຄ່າທັງໝົດ 62 ລ້ານກວ່າໂດລາ ສະຫະລັດ.
ໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານ ນາງ Karin Hulshof ໄດ້ເດີນທາງໄປຢ້ຽມຢາມ ແລະ ຕິດຕາມໂຄງການທີ່ໄດ້ຈັດຕັ້ງປະຕິບັດ ລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊັບ ທີ່ແຂວງສາລະວັນ.