ໃນວັນທີ 24 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອູ ໂກ ໂກ ນາຍ (U Ko Ko Naing) ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັະຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ. ມຽນມາ ປະຈໍາ ສປປ ລາວ ຄົນໃຫມ່, ໂດຍມີສະຖານອັກຄະລັດຖະທູດ ຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ຖານບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ມຽນມາ, ສະແດງອອກໂດຍມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆ ແຕ່ລະດັບສູນກາງລົງຮອດທ້ອງຖິ່ນ. ພ້ອມກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ທ່ານທູດມຽນມາຄົນໃໝ່ ສືບຕໍ່ຊຸກຍູ້ການຮ່ວມມື ໃນຂະແໜງການຕ່າງໆໃຫ້ຫຼາຍຂຶ້ນຕື່ມ, ເປັນຕົ້ນແມ່ນ ດ້ານປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ດ້ານການຄຸ້ມຄອງແຮງງານຕາມບໍລິເວນຊາຍແດນ, ດ້ານໄປສະນີ, ໂທລະຄົມມະນາຄົມ ແລະ ເຕັກໂນໂລຊີການສື່ສານ ແລະ ອື່ນໆ. ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດມຽນມາ ຈະເອົາໃຈໃສ່ເຄື່ອນໄຫວປະກອບສ່ວນຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນຳຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ມຽນມາ, ພ້ອມທັງອວຍພອນໃຫ້ ທ່ານທູດມຽນມາ ຈົ່ງປະສົບຜົນສໍາເລັດຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນ, ທ່ານທູດມຽນມາ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ແລະ ຢືນຢັນວ່າ ຈະປະກອບສ່ວນທຸກຄວາມສາມາດຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເພື່ອສົ່ງເສີມສາຍພົວພັນຮ່ວມມື ລາວ-ມຽນມາ ໃຫ້ຂະຫຍາຍຕົວຂຶ້ນຕື່ມ.
ສປປ ລາວ ແລະ ສສ. ມຽນມາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 12 ກໍລະກົດ 1955. ການພົວພັນ ແລະ ຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ປະກອບມີດ້ານການເມືອງ, ວຽກງານຊາຍແດນ, ດ້ານຄົມມະນາຄົມ ແລະ ຂົນສົ່ງ, ດ້ານພະລັງງານໄຟຟ້າ ແລະ ດ້ານການສຶກສາ ທີ່ສືບຕໍ່ນັບມື້ນັບຂະຫຍາຍຕົວດີຂຶ້ນ.