ໃນວັນທີ 11 ເມສາ 2017, ທີ່ ສຳນັກງານນາຍົກລັດຖະມົນຕີ, ໄດ້ມີການຈັດພິທີມອບປະລິນຍາດຸສະດີບັນດິດກິດຕິມະສັກ ຂອງມະຫາວິທະຍາໄລຂອນແກ່ນ ແຫ່ງ ຣາຊະອານາຈັກໄທ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໂດຍມີ ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ, ທ່ານ ເພັດ ພົມພິທັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາລັດຖະມົນຕີຈາກກະຊວງຕ່າງໆ ແລະ ແຂກຖືກເຊີນເຂົ້າຮ່ວມໃນພິທີທີ່ມີກຽດດັ່ງກ່າວ.
ໃນໂອກາດນີ້, ທ່ານ ຮສ. ປອ. ກິດຕິໄຊ ໄຕຣຣັດສິຣິໄຊ, ອະທິການບໍດີມະຫາວິທະຍາໄລຂອນແກ່ນ ໄດ້ເປັນກຽດຂຶ້ນກ່າວມອບປະລິນຍາດຸສະດີບັນດິດກິດຕິມະສັກ ສາຂາການພົວພັນຕ່າງປະເທດ ໃຫ້ແກ່ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ່າງສົມກຽດ, ຊຶ່ງຖືເປັນບຸກຄົນທີ່ມີສ່ວນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍລະດັບ ລະຫວ່າງ ສອງປະເທດ ລາວ-ໄທ ມາໂດຍຕະຫຼອດ; ທ່ານນາຍົກ ລັດຖະມົນຕີ ໄດ້ປະກອບສ່ວນຊຸກຍູ້ສົ່ງເສີມການສ້າງເຄືອຄ່າຍຄົມມະນາຄົມເຊື່ອມໂຍງ ລະຫວ່າງປະເທດ ເປັນຕົ້ນແມ່ນໂຄງການສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 3, ໂຄງການເສັ້ນທາງລົດໄຟ ລາວ-ໄທ ເຊື່ອມໂຍງ ຫວຽດນາມ ແລະ ກຸງເທບມະຫານະຄອນ, ສະໜັບສະໜູນການຮ່ວມມືພາຍໃຕ້ຂອບອາຊຽນ, ກຸ່ມລຸ່ມແມ່ນ້ຳຂອງ ແລະ ຍຸດທະສາດການຮ່ວມມືທາງເສດຖະກິດ ອິຣະວະດີ-ເຈົ້າພະຍາ-ແມ່ນ້ຳຂອງ ແລະ ອື່ນໆ.
ໃນໂອກາດດັ່ງກ່າວນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ມາຍັງ ທ່ານອະທິການບໍດີ, ພະນັກງານຄູອາຈານ ຂອງມະຫາວິທະຍາໄລຂອນແກ່ນ ທີ່ໄດ້ມອບປະລິນຍາດັ່ງກ່າວນີ້ໃຫ້, ຊຶ່ງຖືເປັນກຽດຢ່າງສູງ ທັງເປັນການໃຫ້ກຳລັງໃຈ ເພື່ອສືບຕໍ່ປະຕິບັດໜ້າທີ່ ໃນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງຊາດ ລາວ-ໄທ, ທັງເປັນການຊຸກຍູ້ສົ່ງເສີມການຮ່ວມມືໃນພາກພື້ນ ແລະ ສາກົນ ກໍ່ຄື ຄອບຄົວອາຊຽນ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ແລະ ເປັນພາກພື້ນທີ່ມີສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາ ຕາມແຜນຂອງຜູ້ນຳອາຊຽນ ໄດ້ວາງໄວ້ຮ່ວມກັນ ໃຫ້ປະກົດຜົນເປັນຈິງຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານນາຍົກ ຍັງໄດ້ອວຍພອນໃຫ້ ຄະນະຈາກມະຫາວິທະຍາໄລຂອນແກ່ນ ຈົ່ງມີແຕ່ຄວາມສຸກ ຄວາມຈະເລີນ, ປະສົບຜົນ ສຳເລັດໃນການສ້າງບັນດິດ ໃຫ້ມີຄວາມຮູ້ຄວາມສາມາດ ເພື່ອມາຮັບໃຊ້ສັງຄົມ ໃຫ້ນັບມື້ຈະເລີນເຕີບໂຕທາງດ້ານປະລິມານ ແລະ ຄຸນນະພາບຢ່າງຕໍ່ເນື່ອງ ແລະ ຫວັງຢ່າງຍິ່ງວ່າ ມະຫາວິທະຍາໄລຂອນແກ່ນ ຈະສືບຕໍ່ໃຫ້ການຮ່ວມມືຊ່ວຍກໍ່ສ້າງບຸກຄະລາກອນຂອງລາວ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຢ່າງເລິກເຊິ່ງ ກໍ່ຄື ການເພີ່ມທະວີການຮ່ວມມືຂອງຂະແໜງການສຶກສາຂອງສອງປະເທດ ໃຫ້ນັບມື້ນັບຫຼາຍຂຶ້ນ.