ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ດາໂຕະ ສຣິ ອານີຟາ ຮາຈິ ອາມານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ທຳການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 16-18 ມີນາ 2017, ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ທີ່ມີມາແຕ່ດົນນານ ລະຫວ່າງສອງປະເທດ.
ໃນວັນທີ 17 ມີນາ 2017, ໃນການພົບປະສອງຝ່າຍ ຂອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ມາເລເຊຍ, ທີ່ ກະຊວງການຕ່າງປະເທດ ມາເລເຊຍ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ທີ່ມີມາແຕ່ດົນນານ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆໃນປັດຈຸບັນ, ໂດຍເຫັນໄດ້ຈາກ ມີການແລກປ່ຽນການຢ້ຽມຢາມ ຂອງການນຳຂັ້ນສູງ ລະຫວ່າງສອງປະເທດ ຢ່າງເປັນປົກກະຕິໃນໄລຍະຜ່ານມາ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດບາງດ້ານ ທີ່ຍາດ ມາໄດ້ ໃນໄລຍະຜ່ານມາເຊັ່ນ: ຜົນສຳເລັດການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 50 ປີ; ສຳເລັດການເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດ ຢູ່ປະເທດຂອງກັນ ແລະ ກັນ ໃນປີ 2016 ທີ່ຜ່ານມາ; ການຂະຫຍາຍຕົວດ້ານການຄ້າສອງຝ່າຍ ທີ່ສາມາດບັນລຸໄດ້ 30,9 ລ້ານໂດລາສະຫະລັດ ໃນປີ 2016, ຊຶ່ງເພີ່ມຂຶ້ນ 75% ເມື່ອທຽບໃສ່ປີຜ່ານມາ; ການເພີ່ມຂຶ້ນຂອງມູນຄ່າການລົງທຶນຂອງ ມາເລເຊຍ ຢູ່ ສປປ ລາວ, ຊຶ່ງມີປະມານ 820 ລ້ານໂດລາສະຫະລັດ ໃນປັດຈຸບັນ, ກວມເອົາ 104 ໂຄງການ, ເຮັດໃຫ້ ມາເລເຊຍ ກາຍເປັນອັນດັບ 5 ຂອງການລົງທຶນຕ່າງປະເທດຢູ່ລາວ; ການຂະຫຍາຍເສັ້ນທາງການບິນຕື່ມອີກ 1 ສາຍ ຂອງບໍລິ ສັດ Air Asia Berhad ຄືລະຫວ່າງ ກົວລາລຳເປີ-ຫຼວງພະບາງ ຢ່າງເປັນທາງການ ໃນວັນທີ 21 ພະຈິກ 2016 ຜ່ານມາ, ເຊິ່ງເພີ່ມເປັນ 4 ຖ້ຽວຕໍ່ອາທິດ ລວມທັງສາຍການບິນເກົ່າຄື ກົວລາລຳເປີ-ນະຄອນຫຼວງວຽງຈັນ; ແລະ ຜົນສຳເລັດຂັ້ນຕອນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລ ຊີ ແລະ ນະວັດຕະກຳ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງມາເລເຊຍ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນໃນດ້ານຕ່າງໆ ຍິ່ງໄດ້ຮັບຫມາກຜົນຫລາຍຍິ່ງຂຶ້ນ ເປັນຕົ້ນແມ່ນ ໃນດ້ານການແລກປ່ຽນຄະນະຜູ້ແທນຂັ້ນສູງນຳກັນ ໃນອະນາຄົດອັນໃກ້ໆນີ້, ໃນດ້ານການຄົມມະນາຄົມເຊື່ອມຈອດ ແລະ ການທ່ອງທ່ຽວ, ໃນດ້ານການເງິນ-ທະນາຄານ, ດ້ານການລົງທຶນ, ການສຶກສາ ແລະ ພັດທະນາຊັບພະຍາກອນ ມະນຸດ, ພິເສດແມ່ນຈະເລີ່ມການພົວພັນຮ່ວມມືກັນສອງຝ່າຍ ລະຫວ່າງ ສະຖາບັນການຕ່າງປະເທດຂອງລາວ ແລະ ສະຖາບັນການທູດ ແລະ ການພົວພັນຕ່າງປະເທດຂອງມາເລເຊຍ. ພ້ອມນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກັນ ກ່ຽວກັບ ການກະກຽມກອງປະຊຸມ ຄະນະກຳມະການຮ່ວມ (JC) ຄັ້ງທີ 4 ໃນເວລາຕໍ່ໜ້ານີ້. ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ທີ່ມາເລເຊຍໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ໃນເວລາ ສປປ ລາວ ເປັນປະທານ ແລະ ຈັດກອງປະຊຸມທີ່ສຳຄັນຂອງອາຊຽນ ໃນປີ 2016; ສ່ວຍຝ່າຍມາເລເຊຍ ໄດ້ຕີລາຄາສູງຕໍ່ການເປັນປະທານອາຊຽນ ແລະ ຜົນສຳເລັດທີ່ຍາດໄດ້ໃນການຈັດກອງປະຊຸມສຳຄັນຕ່າງໆ ໃນໄລຍະດັ່ງກ່າວ. ສອງຝ່າຍ ຢືນຢັນຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນກັນໃນວຽກງານຕ່າງໆຮ່ວມກັນ ໂດຍສະເພາະໃນກອບອາຊຽນ. ຝ່າຍລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນດ້ານຕ່າງໆຕື່ມ ໃນໄລຍະຜ່ານມາ ເຊັ່ນ: ການພິຈາລະນາປ່ຽນໃບຕາດິນຂອງ ສະຖານທູດລາວ ຢູ່ກົວລາລຳເປີ ເປັນກຳມະສິດຖາວອນ; ການຊ່ວຍເຫຼືອດ້ານການເງິນ ເພື່ອພັດທະນາ ແລະ ປັບປຸງ ລະບົບສາຍສົ່ງໄຟຟ້າ ຢູ່ ນະຄອນຫຼວງວຽງຈັນ ແລະ ພາກເໜືອ ເປັນຈຳນວນເງິນ 65 ລ້ານໂດລາ ສະຫະລັດ; ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ໂດຍຜ່ານໂຄງການ MTCP (Malaysia Technical Cooperation Programme), ຊຶ່ງນັບແຕ່ປີ 1991 ມາເຖິງປັດຈຸບັນ ມີເຖິງ 1,435 ທຶນ; ມາເລເຊຍ ໄດ້ສົ່ງທີມແພດ ຈໍານວນ 50 ທ່ານ ເພື່ອໃຫ້ບໍລິການກວດສຸຂະພາບ ແບບບໍ່ເສຍຄ່າ ຢູ່ບ້ານໂພນສະຫວັນ ແລະ ເມືອງສັງທອງ ທີ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຕໍ່ສະພາບການສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທີ່ ສຳນັກງານ ນາຍົກລັດຖະມົນຕີ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຂອງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ. ພ້ອມນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ສະຖາບັນການທູດ ແລະ ພົວພັນການ ຕ່າງປະເທດ ຂອງມາເລເຊຍ.