ໃນວັນທີ 19 ມັງກອນ 2017, ທີ່ ກະຊວງປ້ອງກັນປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ຕາງໜ້າໃຫ້ຄະນະພັກ, ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ຄະນະນຳກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 68 ປີ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ພ້ອມດ້ວຍພະນັກງານກະຊວງການຕ່າງປະເທດ ສະແດງຄວາມຮູ້ບຸນຄຸນ ແລະ ຊົມເຊີຍ ຄະນະນຳກະຊວງປ້ອງກັນປະເທດ ພ້ອມດ້ວຍພະນັກງານ ທີ່ໄດ້ປະຕິບັດວຽກງານມີຜົນສຳເລັດອັນໃຫຍ່ຫຼວງ ຕະຫຼອດໜຶ່ງປີຜ່ານມາ ແລະ ອວຍພອນໄຊອັນປະເສີດ ໃຫ້ນາຍ ແລະ ພົນທະຫານຂອງກອງທັບປະຊາຊົນລາວ ຈົ່ງມີສຸຂະພາບເຂັ້ມແຂງ ເພື່ອສືບຕໍ່ປະຕິບັດໜ້າທີ່ວຽກງານອັນມີກຽດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ກໍຄືຄວາມສະຫງົບສຸກຂອງປະຊາຊົນລາວທົ່ວປະເທດ ໄດ້ມີຜົນສຳເລັດຢ່າງດີຕະຫຼອດໄປ.