ໃນວັນທີ 27 ທັນວາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງ ພະນະທ່ານ ດາໂຕະ ທັນ ໄຕ ຫິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ວຽກງານການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານເອກອັກຄະລັດຖະທູດ ທີ່ໄດ້ປະຕິບັດໜ້າທີ່ຢ່າງມີຜົນສຳເລັດ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ໃນໄລຍະປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານເອກອັກຄະລັດຖະທູດ ຍັງໄດ້ເຮັດໜ້າທີ່ເປັນຫົວໜ້າຄະນະທູຕານຸທູດ (Dean) ປະຈຳ ສປປ ລາວ ຢ່າງມີຜົນສຳເລັດດີ;ພ້ອມນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ, ຊຶ່ງສະແດງອອກໃນປະກອບສ່ວນຊຸກຍູ້ບັນດາໂຄງການຊ່ວຍເຫຼືອລ້າ, ໂຄງການຮ່ວມມືດ້ານວິຊາການ ແລະ ໂຄງການອື່ນໆອີກຈຳນວນຫຼວງຫຼາຍ, ການຄ້າ-ການລົງທຶນຂອງສອງຝ່າຍ ມີເຖິງ 21,6 ລ້ານໂດລາສະຫະລັດ ແລະ ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ມີເຖິງ 89 ໂຄງການ ລວມມູນຄ່າ 995 ລ້ານໂດລາສະຫະລັດ ຈັດຢູ່ໃນອັນດັບ 5 ຂອງນັກລົງທຶນຕ່າງປະເທດຢູ່ ສປປ ລາວ ແລະ ໄດ້ເປີດສາຍການບິນໂດຍກົງ ລະຫວ່າງ ກົວລາລຳເປີ ຫາ ຫຼວງພະບາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງປະເທດ. ນອກນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ໃຫ້ການສະໜັບສະໜູນໃນການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ໄດ້ປະກອບສ່ວນຊຸກຍູ້ໃນຂະ ແໜງການປ້ອງກັນຊາດ ລະຫວ່າງ ສອງປະເທດ, ເຮັດໃຫ້ສາມາດເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດຢູ່ສອງປະເທດ, ຊຸກຍູ້ການຈັດກິດຈະກຳ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 50 ປີ ແລະ ອື່ນໆ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນໃໝ່. ທ່ານເອກອັກຄະລັດຖະທູດ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ກໍຄືກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກຕະຫຼອດໄລຍະການປະຕິບັດໜ້າທີ່ວຽກງານການທູດ ຢູ່ ສປປ ລາວ ຈົນປະສົບຜົນສຳເລັດເປັນຢ່າງດີ.
ເພື່ອເປັນການຍ້ອງຍໍສັນລະເສີນຜົນງານອັນພົ້ນເດັ່ນດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ພະນະທ່ານ ດາໂຕະ ທັນ ໄຕ ຫິງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ.