ແຈ້ງການຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ, ໂດຍຕອບສະໜອງຕາມຄຳເຊີນ ຂອງ ສະຫາຍ ທອງລຸນ ສີສຸລິດ,ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍຄະນະ ຈະດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 8-9 ກັນຍາ 2016, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ນະຄອນຫຼວງວຽງຈັນ.
ຊີວະປະຫວັດຫຍໍ້
ຊື່ ແລະ ນາມສະກຸນ: Li Keqiang, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ
ເກີດເມື່ອ: ເດືອນກໍລະກົດ 1955, ທີ່ ແຂວງ ອ່ານຮຸ່ຍ
ວັນທີເຂົ້າການປະຕິວັດ: ເດືອນມີນາ 1974
ວັນເຂົ້າເປັນສະມາຊິກພັກ: ເດືອນພຶດສະພາ 1976
ລະດັບການສຶກສາ: ປະລິນຍາເອກ ດ້ານກົດໝາຍ ແລະ ດ້ານເສດຖະສາດ ມະຫາວິທະຍາໄລປັກກິ່ງ
ປະຫວັດການເຮັດວຽກ:
- 1974-1976 ຊາວໜຸ່ມກອງພົນນ້ອຍຕຸ່ງຫຼິງ, ກົມກອງຕ້າມ້ຽວ, ເມືອງເຟິ້ງຢາງ ແຂວງອ່ານຮຸ່ຍ
- 1976-1978 ເລຂາໜ່ວຍພັກ ກົມກອງຕ້າມ້ຽວ, ເມືອງເຟິ້ງຢາງ ແຂວງອ່ານຮຸ່ຍ
- 1978-1982 ນັກສຶກສາ, ຜູ້ຮັບຜິດຊອບສະມາຄົມນັກສຶກສາ ຄະນະກົດໝາຍຂອງມະຫາວິທະຍາໄລປັກກິ່ງ
- 1982-1983 ເລຂາຄະນະຊາວໜຸ່ມຂອງມະຫາວິທະຍາໄລປັກກິ່ງ; ຄະນະປະຈໍາກຳມະການສູນກາງຊາວໜຸ່ມ
- 1983-1983 ອໍານວຍການໂຮງຮຽນສູນກາງຊາວໜຸ່ມ, ຫົວໜ້າເລຂາສະມາຄົມນັກສຶກສາຈີນທົ່ວປະເທດ
- 1983-1985 ເລຂາທິການສໍາຮອງ, ຄະນະເລຂາທິການສູນກາງຊາວໜຸ່ມ
- 1985-1993 ເລຂາທິການ ຄະນະເລຂາທິການສູນກາງຊາວໜຸ່ມ, ຮອງປະທານສະມາຄົມຊາວໜຸ່ມທົ່ວປະເທດ
(ໄລຍະແຕ່ ເດືອນ 9/1991-11/1991 ເຂົ້າຮ່ວມຝຶກອົບຮົມພະນັກງານການນໍາຂັ້ນແຂວງ ແລະ ຂັ້ນ
ລັດຖະມົນຕີ ຢູ່ໂຮງຮຽນພັກສູນກາງ)
- 1993-1998 ເລຂາທິການຜູ້ທີ 1 ຄະນະເລຂາທິການສູນກາງຊາວໜຸ່ມ, ຫົວໜ້າສະຖາບັນການເມືອງຊາວໜຸ່ມຈີນ
(1988-1994 ສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ຄະນະເສດຖະສາດມະຫາວິທະຍາໄລປັກກິ່ງ)
- 1998-1999 ຮອງເລຂາພັກແຂວງ, ຮັກສາການເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການຕ້ານໄພນໍ້າ
ຖ້ວມແມ່ນໍ້າເຫຼືອງ (ຫວງເຫີ)
- 1999-2002 ຮອງເລຂາພັກແຂວງ, ເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການຕ້ານໄພນໍ້າຖ້ວມແມ່ນໍ້າ
ເຫຼືອງ (ຫວງເຫີ)
- 2002-2003 ເລຂາພັກແຂວງ, ເຈົ້າແຂວງ ແຂວງເຫີໜານ, ຫົວໜ້າກອງບັນຊາການຕ້ານໄພນໍ້າຖ້ວມແມ່ນໍ້າ
ເຫຼືອງ (ຫວງເຫີ)
- 2003-2004 ເລຂາພັກແຂວງ, ປະທານຄະນະປະຈໍາ ສະພາຜູ້ແທນປະຊາຊົນແຂວງເຫີໜານ
- 2004-2005 ເລຂາພັກແຂວງຫຼຽວໜິງ
- 2005-2007 ເລຂາພັກແຂວງ, ປະທານຄະນະປະຈໍາ ສະພາຜູ້ແທນປະຊາຊົນແຂວງຫຼຽວໜິງ
- 2007-2008 ຄະນະປະຈໍາກົມການເມືອງສູນກາງພັກ
- 2008-2013 ຄະນະປະຈໍາກົມການເມືອງສູນກາງພັກ; ຮອງນາຍົກລັດຖະມົນຕີ, ຮອງເລຂາອົງຄະນະພັກ
ລັດຖະບານ; ປະທານຄະນະກໍາມະການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກຊານເຊຍ ແລະ ໂຄງການ
ຈັດສັນຊັບພະຍາກອນນໍ້າ ໃຕ້-ເໜືອ ຂອງລັດຖະບານ; ຫົວໜ້າຄະນະຊີ້ນໍາວຽກງານລົງເລິກການ
ປະຕິຮູບລະບົບສາທາລະນະສຸກ ແລະ ການຢາຂອງລັດຖະບານ
- 2013--- ຄະນະປະຈໍາກົມການເມືອງສູນກາງພັກ; ນາຍົກລັດຖະມົນຕີ, ເລຂາອົງຄະນະພັກລັດຖະບານ;
ປະທານຄະນະກໍາມະການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າຕົກຊານເຊຍ ແລະ ໂຄງການຈັດສັນ
ຊັບພະຍາກອນນໍ້າ ໃຕ້-ເໜືອ ຂອງລັດຖະບານ; ຫົວໜ້າຄະນະຊີ້ນໍາວຽກງານລົງເລິກການປະຕິຮູບ
ລະບົບສາທາລະນະສຸກ ແລະ ການຢາຂອງລັດຖະບານ
- ເປັນຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ 15,16,17 ແລະ 18
- ເປັນຄະນະກຳມະການກົມການເມືອງສູນກາງ ແລະ ຄະນະປະຈຳກົມການເມືອງສູນກາງພັກ ສະໄໝທີ 17 ແລະ 18
- ເປັນຄະນະປະຈຳ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ສະໄໝທີ 8.