ໂດຍຕອບສະໜອງຕາມຄຳເຊີນຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ນາງ ມີເກແອນ ຊັງ (Michaelle JEAN), ເລຂາທິການໃຫຍ່ອົງການຝຣັງໂກໂຟນີສາກົນ, ຈະດຳເນີນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 13-15 ຕຸລາ 2016, ເພື່ອເປັນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ອົງການຝຣັງໂກໂຟນີ.
ປະຫວັດໂດຍຫຍໍ້
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ພົນເອກ ປຣາຢຸດ ຈັນໂອຊາ, ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ, ຄະນະຜູ້ແທນແຫ່ງ ສປປ ລາວ ນໍາໂດຍ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະ ມົນຕີ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືອາຊີ ຫຼື ເອຊີດີ ຄັ້ງທີ 2 (2nd ACD Summit) ໃນວັນທີ 9-10 ຕຸລາ 2016 ທີ່ ບາງກອກ, ປະເທດ ໄທ.
ແຈ້ງການຂອງຫ້ອງວ່າການສຳນັກງານປະທານປະເທດ
ເພື່ອເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ, ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ນ. ປັກ ກຶນ ເຮ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 9 ກັນຍາ 2016.