ພະນະທ່ານ UKHNAAGIIN KHURELSUKH
ປະທານາທິບໍດີ ແຫ່ງ ມົງໂກລີ
ທີ່ ນະຄອນຫລວງ ອູລານບາຕໍ
ພະນະທ່ານ,
ເນື່ອງໃນໂອກາດບຸນປະເພນີ “Nadaam’’, ວັນສ້າງຕັ້ງລັດມົງໂກລີ ຄົບຮອບ 815 ປີ ແລະ ວັນໄຊຊະນະຂອງການປະຕິວັດຂອງປະຊາຊົນ ມົງໂກລີ ຄົບຮອບ 100 ປີ, ໃນນາມປະຊາຊົນແຫ່ງ ສປປ ລາວ ກໍ່ຄືໃນນາມສ່ວນຕົວຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສິດມາຍັງພະນະທ່ານ ແລະ ໂດຍຜ່ານພະນະທ່ານ ໄປຍັງປະຊາຊົນ ມົງໂກລີ ທຸກຖ້ວນໜ້າ.
ນະຄອນຫລວງວຽງຈັນ, ວັນທີ 7 ກໍລະກົດ 2021
ພະນະທ່ານ ໂມເຕງິ ໂທຊິມິດຊຶ
ລັດຖະມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ທີ່ໄດ້ຮັບຊາບຂ່າວເຫດການດິນຕົມເຈື່ອນຮຸນແຮງ ຢູ່ ເມືອງອາຕາມິ ແຂວງຊິຊຸໂອກະ ປະເທດຍີ່ປຸ່ນ ໃນວັນທີ 03 ກໍລະກົດ 2021 ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນຢູ່ເຂດດັ່ງກ່າວ.
ພະນະທ່ານ ຣິຊາດ ວັກເນີ,
ຜູ້ສຳເລັດຣາຊະການ ແຫ່ງ ການາດາ
ທີ່ ໂອຕາວາ
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ການາດາ ໃນນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ຜ່ານ ພະນະທ່ານ ໄປຍັງ ປະຊາຊົນ ການາດາ ທຸກທົ່ວຫນ້າ.