ພະນະທ່ານລັດຖະມົນຕີ,
ຂ້າພະເຈົ້າ ຂໍສະແດງຄວາມຍິນດີຢ່າງຈິງໃຈ ເນື່ອງໂອກາດທີ່ ພະນະທ່ານ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ.
ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ, ຂໍໃຫ້ພະນະທ່ານ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງ. ຂ້າພະເຈົ້າ ຂໍຢືນຢັນວ່າ ຈະຮ່ວມເຮັດວຽກກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນການທູດຂອງ ສອງປະເທດພວກເຮົາ.
ຂ້າພະເຈົ້າ ຂໍສະແດງຄວາມເຄົາລົບ ແລະ ນັບຖືຢ່າງສູງ.
ອາອິດຊັດຕາ ຕານລ໌ ຊານລ໌
ພະນະທ່ານ ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີ ກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ທີ່ ນະຄອນຫຼວງວຽງຈັນ.