ນະຄອນຫລວງວຽງຈັນ, ວັນທີ 7 ກໍລະກົດ 2021
ພະນະທ່ານ ໂມເຕງິ ໂທຊິມິດຊຶ
ລັດຖະມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ
ທີ່ ນະຄອນຫຼວງໂຕກຽວ
ພະນະທ່ານ,
ຂ້າພະເຈົ້າ ຮູ້ສຶກເສົ້າສະຫລົດໃຈ ທີ່ໄດ້ຮັບຊາບຂ່າວເຫດການດິນຕົມເຈື່ອນຮຸນແຮງ ຢູ່ ເມືອງອາຕາມິ ແຂວງຊິຊຸໂອກະ ປະເທດຍີ່ປຸ່ນ ໃນວັນທີ 03 ກໍລະກົດ 2021 ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຍີ່ປຸ່ນຢູ່ເຂດດັ່ງກ່າວ.
ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ແລະ ເຫັນໃຈຢ່າງສຸດຊຶ້ງມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ
ໄປຍັງລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຜູ້ທີ່ຖືກເຄາະຮ້າຍ ແລະ ຄອບຄົວຂອງເຂົາເຈົ້າຈາກເຫດການ
ໄພພິບັດທາງທຳມະຊາດໃນຄັ້ງນີ້.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດຂອງລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມນັບຖືຢ່າງສູງ,
ສະເຫຼີມໄຊ ກົມມະສິດ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
----------------------------------------//--------------------------------------