ໃນອາທິດຜ່ານມາ, ທີ່ບ້ານພັກທູດໄທ, ທ່ານທູດ ສີວຽງເພັດ ເພັດວໍລະສັກ ໄດ້ເຂົ້າຮ່ວມງານພົບປະ ລະຫວ່າງ ທູດອາຊຽນຈາກ 10 ປະເທດ, ສະພາທຸລະກິດ ຣັດເຊຍ-ອາຊຽນ ແລະ ເຈົ້າຫນ້າທີ່ກະຊວງການຕ່າງປະເທດຣັດເຊຍ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ຖະນາທິບ ອຸປະຕິສິງ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ໃນນາມປະທານອາຊຽນ ແລະ ທ່ານ ອີວານ ໂປລີຢາກົບ, ປະທານສະພາທຸລະກິດ ຣັດເຊຍ-ອາຊຽນ.
ໃນລະຫວ່າງວັນທີ 11-14 ກຸມພາ 2019 ທີ່ຜ່ານມາ, ທ່ານ ພົນຕີ ຄໍາສີ ວົງຄໍາຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະຊີ້ນໍາວຽກງານ MIA, ພ້ອມດ້ວຍຄະນະຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດໄດ້ເດີນທາງໄປຕິດຕາມການປະຕິບັດງານຮ່ວມໃນພາກສະໜາມລະຫວ່າງ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຄັ້ງທີ 2 ປະຈໍາສົກປີ 2018-2019, ຢູ່ແຂວງຫົວພັນ.
ໃນຕອນເຊົ້າຂອງວັນທີ 04 ກຸມພາ 2019, ທີ່ ອົງການສະຫະປະຊາຊາດ, ນະຄອນຫລວງວຽນ, ສາທາລະນະລັດໂອຕຣິດ, ທ່ານ ສີທົງ ຈິດໂຍທິນ, ເອກອັກຄະລັດຖະທູດ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ Lassina Zerbo, ຜູ້ອໍານວຍການໃຫຍ່ຂອງ ອົງການສົນທິສັນຍາ ວ່າດ້ວຍ ການຫ້າມການທົດລອງອາວຸດນິວເຄຣຍທຸກຮູບແບບ (Comprehensive Nuclear-Test-Ban Treaty Organization) ເພື່ອດຳລົງຕຳແໜ່ງເປັນ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການ CTBTO, ສປຊ.