ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ສະຖານທູດລາວ ທີ່ ນະຄອນຫຼວງມົດສະກູ ໄດ້ຈັດປາຖະກະຖາ ໃນໂອກາດວັນແມ່ຍິງສາກົນ ຄົບຮອບ 109 ປີ

2019313-emrusia-speech-woman

ໃນອາທິດຜ່ານມາ ສະຖານເອກອັກຄະລັດຖະທູດລາວ ປະຈຳ ສະຫະພັນ ຣັດເຊຍ ໄດ້ຈັດປາຖະກະຖາ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ຄົບຮອບ 109 ປີ (8/3/1910-8/3/2019) ໂດຍການເຂົ້າຮ່ວມ ຂອງ ສະຫາຍ ສີວຽງເພັດ ເພັດວໍຣະສັກ, ເລຂາໜ່ວຍພັກສະຖານທູດ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນ ຣັດເຊຍ ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນປະຈຳສະຖານທູດລາວ ທີ່ ສ.ຣັດເຊຍ, ພະນັກງານສະຖານທູດ, ເອື້ອຍນ້ອງແມ່ຍິງສະຖານທູດ ແລະ ບັນດານັກສຶກສາຍິງທີ່ກຳລັງຮຽນຢູ່ນະຄອນຫຼວງມົດສະກູກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ຖະແຫຼງຂ່າວ ກ່ຽວກັບ ການຈັດພິທີທາງການ ແລະ ກິດຈະກຳ ເພື່ອສະເຫຼີມສະຫຼອງວັນຟຣັງໂກໂຟນີສາກົນ 20 ມີນາ ປະຈໍາປີ 2019

Franko1

 

Franko2

 

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 12 ມີນາ 2019, ທີ່ ກະຊວງການຕ່າງປະເທດ, ​ໄດ້​ຈັດ​ໃຫ້​ມີ​ພິທີການ​ຖະ​ແຫຼງຂ່າວ ກ່ຽວກັບ​ການຈັດ​ພິທີ​ທາງ​ການ ​ແລະ ກິດຈະກຳ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ຟຣັງ​ໂກ​ໂຟນີສາກົນ 20 ມີນາ ປະຈໍາ​ປີ 2019, ​ໂດຍ​ການ​ຖະ​ແຫຼງຂ່າວ​ຂອງ​ ທ່ານ ບຸນ​ຍະ​ລິດ ສຸດທິ​ຈັກ, ຜູ້​ປະສານ​ງານ​ຟຣັງ​ໂກ​ໂຟນີແຫ່ງ​ຊາດ; ​ແລະ ມີ​ການ​ເຂົ້າຮ່ວມ​ຂອງ ​ທ່ານ ນາງ Florence Jeanblanc-Risler, ​ເອກອັກຄະລັດຖະທູດຝຣັ່ງ ປະຈຳ ປປ ລາວ, ທ່ານ ສົມສະໜຸກ ມີໄຊ, ຮອງປະທານສະມາຄົມ​ນັກ​ຂ່າວ​ລາວ; ຜູ້ຕາງໜ້າຈາກ​ສະຖານທູດ ທີ່​ໃຊ້​ພາສາ​ຝຣັ່ງ ​ແລະ ຫົວໜ້າຫ້​ອງການ​ມະຫາວິທະຍາ​ໄລ​ ທີ່​ໃຊ້​ພາສາ​ຝຣັ່ງ (AUF) ປະຈຳ ສປປ ລາວ.

ອ່ານເພີ່ມເຕີມ... 

ສປປ ລາວ ແລະ ສະຫະພາບເອີຣົບ ສົນທະນາ ກ່ຽວກັບ ສິດທິມະນຸດ ຄັ້ງທີ 9

20190307TLDMOFA

ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດພົບປະສົນທະນາດ້ານສິດທິມະນຸດ ແລະ ການປົກຄອງ ຄັ້ງທີ 9, ໃນວັນທີ 7 ມີນາ 2019 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ກະຊວງຍຸຕິທຳ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ ​ແລະ ສານ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ; ຄະ​ນະ​ຜູ້​ແທນສະຫະພາບເອີຣົບ ນໍາໂດຍ ທ່ານ ເດວິດ ດາລີ, ຫົວໜ້າຫ້ອງການ ຮັບຜິດຊອບພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງສໍານັກງານພົວພັນຕ່າງປະເທດສະຫະພາບເອີຣົບ, ​ມີ ທ່ານ ​ລີ​ໂອ ຟາ​​ເບີ, ​ເອກ​ອັກຄະ​ລັດຖະທູດສະຫະພາບ​ເອີ​ຣົບ, ​ເຈົ້າ​ໜ້າ​ທີ່​ທີ່​ມາຈາກ​ສຳນັກງານ​ພົວພັນ​ຕ່າງປະ​ເທດ​ສະຫະພາບ​ເອີຣົບ ທີ່ ບຣຸກ​ແຊນ, ເຈົ້າໜ້າທີ່ສຳນັກງານຕາງໜ້າສະຫະພາບເອີຣົບ ແລະ ປະເທດສະມາຊິກສະຫະພາບເອີຣົບ ທີ່ ​ນະຄອນຫຼວງ​ວຽງ​ຈັນ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126