ກອງປະຊຸມປຶກສາຫາລື ເຈົ້າໜ້າທີ່ອາວຸໂສ ລາວ-ອົດສະຕຣາລີ ຄັ້ງທີ 15 ໄດ້ຖືກຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ມີນາ 2023, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ Michelle CHAN, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ພ້ອມນີ້ກໍມີບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນຕອນບ່າຍຂອງວັນທີ 11 ມີນາ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກກັບ ສະຫາຍ ໜົງ ຫລົງ, ຜູ້ຊ່ວຍລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 11-12 ມີນາ 2023.
ໃນລະຫວ່າງວັນທີ 01 - 07 ມີນາ 2023 ຜ່ານມາ ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມທາງການ ຢູ່ ປະເທດຍີ່ປຸ່ນ ຕາມການເຊື້ອເຊີນຂອງກະຊວງຕ່າງປະເທດຍີ່ປຸ່ນ.