ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະກຳມະການ ເຂດປອດອາວຸດນິວເຄຼຍ ອາຊີຕາເວັນອອກສ່ຽງໃຕ້ ແບບທາງໄກ

 

20210721 ASEAN SOM-1

 

ໃນຕອນເຊົ້າຂອງວັນທີ 21 ມິຖຸນາ 2021, ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແລະ ກອງປະຊຸມຄະນະກຳມະການ ເຂດປອດອາວຸດນິວເຄຼຍ ອາຊີຕາເວັນອອກສ່ຽງໃຕ້ (Executive Committee of the Southeast Asia Nuclear Weapon-Free Zone Commission ຫຼື SEANWFZ ExCo) ແບບທາງໄກ ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ.

 

 

20210721 ASEAN SOM-2

 

ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ເພື່ອກະກຽມດ້ານຕ່າງໆ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 (AMM), ທີ່ຈະຈັດຂຶ້ນໃນເດືອນ ສິງຫາ 2021. ພ້ອມນັ້ນ, ກໍໄດ້ປຶກສາຫາລືເພື່ອກະກຽມ ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກສາມ (APT SOM), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊີຕາເວັນອອກ (EAS SOM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເວທີພາກພື້ນອາຊຽນ (ARF SOM), ທີ່ຈະຈັດຂຶ້ນໃນວັນທີ 22, 24 ແລະ 29 ມິຖຸນາ 2021 ຕາມລຳດັບ.

ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າ ໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການຈັດຕັ້ງປະຕິບັດບັນດາບູລິມະສິດ ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021 ເປັນຕົ້ນແມ່ນໂຄງການຝຶກງານໄລຍະສັ້ນ ສຳລັບພະນັກງານໜຸ່ມນ້ອຍຂອງອາຊຽນ ຢູ່ກອງເລຂາອາຊຽນ, ການຈັດກອງປະຊຸມສຳມະນາອາຊຽນ ວ່າດ້ວຍ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ, ການຈັດກອງປະຊຸມສຳມະນາ ວ່າດ້ວຍເສດຖະກິດສີຟ້າ, ການທົບທວນການຈັດຕັ້ງປະຕິບັດກົດບັດອາຊຽນ ແລະ ອື່ນໆ. ນອກຈາກນີ້, ກໍໄດ້ຮັບຟັງການລາຍງານ ກ່ຽວກັບການຮ່ວມມື ກັບແຕ່ລະຄູ່ເຈລະຈາອາຊຽນ, ການພິຈາລະນາຂໍ້ສະເໜີ ໃນການສະເໜີເຂົ້າເປັນຄູ່ຮ່ວມຂະແໜງການຂອງອາຊຽນ ແລະ ການສະເໜີເຂົ້າເປັນຄູ່ຮ່ວມເຈລະຈາອາຊຽນຈາກປະເທດຕ່າງໆ.

ພາຍຫຼັງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ສຳເລັດລົງ, ທ່ານ ຮອງ​ລັດຖະມົນຕີ ທອງ​ຜ່ານ ສະຫວັນ​ເພັດ, ພ້ອມ​​ດ້ວຍຄະນະ ​ໄດ້​ສືບ​ຕໍ່ເຂົ້າ​ຮ່ວມກອງ​ປະຊຸມຄະ​ນະ​ກຳມະການ ເຂດປອດອາວຸດນິວເຄຼຍ ໃນອາຊີຕາເວັນອອກສ່ຽງໃຕ້ (SEANWFZ ExCo). ກອງປະຊຸມ ໄດ້​ຮັບ​ຊາບຄວາມ​ຄືບໜ້າ​ການຈັດ​ຕັ້ງ​ປະຕິບັດ ແຜນ​​ປະຕິບັດງານຂອງ​ສົນທິ​ສັນຍາ ວ່າດ້ວຍ ເຂດປອດອາວຸດນິວເຄຼຍ ອາຊີຕາເວັນອອກສ່ຽງໃຕ້ ສະບັບປີ 2018-2022. ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມ ໃຫ້ແກ່ກອງປະຊຸມຄະນະກຳມະທິການ ວ່າດ້ວຍ ເຂດປອດອາວຸດນິວເຄຼຍ​ໃນອາຊີຕາເວັນອອກສ່ຽງໃຕ້ ລະດັບລັດຖະມົນຕີ (SEANWFZCommissionMeeting) ​ທີ່ຈະ​ຈັດ​ຂຶ້ນໃນ​ເດືອນ ສິງຫາ 2021.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490219
ມື້ນີ້246
ມື້ວານ292
ອາທິດນີ້1418
ເດືອນນີ້3612