ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ພິທີເປີດຕົວປື້ມ “60 ປີ ການພົວພັນການທູດ ລາວ-ຈີນ” ຢ່າງເປັນທາງການ

 

Lao-Chn60BookOpening1

Lao-Chn60BookOpening3

Lao-Chn60BookOpening4

 

ໃນຕອນເຊົ້າຂອງວັນທີ 01 ທັນວາ 2021, ສະຖາບັັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັັດ ພິທີເປີດຕົວປື້ມ 60 ປີ ການພົວພັນການທູດ ລາວ-ຈີນ ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວໂດຍຄະນະນຳກະຊວງການຕ່າງປະເທດ, ຄະນະບັນນາທິການກິດຕິມະສັກທີ່ປະກອບດ້ວຍທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, , ທ່ານ ວິຈິດ ຊິນດາວົງ, ອະດີດຮອງປະທານຄະນະກໍາມະການຮ່ວມມືລາວ-ຈີນ, ອະດີດເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ຜູ້ຕ່າງໜ້າຈາກຄະນະພົວພັນຕ່າງປະ ເທດສູນກາງພັກ, ຄະນະກໍາມະການຮ່ວມມື ລາວ-ຈີນ, ສະມາຄົມມິດຕະພາບລາວ-ຈີນ, ຫົວໜ້າກົມ, ຮອງກົມພາຍໃນກະຊວງການຕ່າງປະເທດ, ຄະນະສະຖາບັນການຕ່າງປະເທດ ເຂົ້າຮ່ວມລວມທັງໝົດ 40 ທ່ານ.

ອ່ານເພີ່ມເຕີມ... 

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

 

30-11-21 LC 1

 

30-11-21 LC 2

 

30-11-21 LC 3

30-11-21 LC 4

30-11-21 LC 5

30-11-21 LC 6

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ພັນຄໍາ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 29-30 ພະຈິກ 2021.

ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ນໍາໂດຍ ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງພະນົມເປັນ ໃນວັນທີ 29 ພະຈິກ 2021 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ຢ່າງເຄັ່ງຂຶມ ແລະ ສົມກຽດ ໂດຍ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ແຊນນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທີ່ ຫໍສັນຕິພາບ.

ອ່ານເພີ່ມເຕີມ... 

ຜົນການເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີຣົບ ຄັ້ງທີ 13

 

ASEM131

ASEM132

ASEM133

ASEM134

 

ໃນລະຫວ່າງວັນທີ 25-26 ພະຈິກ 2021 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ເອີຣົບ ຄັ້ງທີ 13 ຜ່ານລະບົບກອງປະຊຸມທາງໄກ ພາຍໃຕ້ຫົວຂໍ້: ສ້າງຄວາມເຂັ້ມແຂງການຮ່ວມມືຫຼາຍຝ່າຍ ເພື່ອການຈະເລີນເຕີບໂຕຮ່ວມກັນ. ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍການເປັນປະທານຂອງ ພະນະທ່ານ ສົມເດັດ ຮຸນເຊັນ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊາອານາຈັກ ກຳປູເຈຍ ແລະ ຈະມີບັນດາຜູ້ນຳຈາກຄູ່ຮ່ວມມື 51 ປະເທດ ແລະ 2 ອົງການຈັດຕັ້ງສາກົນ ຈາກພາກພື້ນອາຊີ ແລະ ເອີຣົບ ເຂົ້າຮ່ວມຢ່າງພ້ອມພຽງ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490496
ມື້ນີ້49
ມື້ວານ213
ອາທິດນີ້21
ເດືອນນີ້3889