ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ເມສາ 2022 ທີ່ ເມືອງ ຄຸມາໂມໂຕະ, ປະເທດ ຍີ່ປຸ່ນ ພາຍໃຕ້ຫົວຂໍ້ " ນໍ້ຳເພື່ອການພັດທະນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ" ( Water for Sustainable Development-Best Practices and the Next Generation ).
ໃນພິທີເປີດ ໄດ້ມີລະດັບປະມຸກລັດ/ຫົວໜ້າລັດຖະບານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈາກປະເທດໃນພາກພື້ນອາຊີ-ປາຊີຟິກ ເຂົ້າຮ່ວມ ແລະຜັດປ່ຽນກັນຂຶ້ນກ່າວປາໄສ ແລະ ສະແດງທັດສະນະຂອງບັນດາປະເທດ ເພື່ອແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຟື້ນຟູເສດຖະກິດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການນຳໃຊ້ງົບປະມານ, ການບໍລິຫານການປົກຄອງ ແລະ ການນຳໃຊ້ເຕັກໂນໂລຊີວິທະຍາສາດເຂົ້າໃສ່ວຽກງານການຄຸ້ມຄອງນ້ຳ ເພື່ອບັນລຸການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນ້ຳ ເພື່ອການພັດທະນາແບບຍືນຍົງ.
ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ, ໄດ້ຂຶ້ນກ່າວປາໄສ ຢູ່ກອງປະຊຸມສຸດຍອດດັ່ງກ່າວ ໃນວັນທີ 23 ເມສາ 2022 ໂດຍຢໍ້າຄືນເຖິງຄວາມສຳຄັນຂອງນໍ້າ ແລະ ຊັບພະຍາກອນນໍ້າ ຖືເປັນປັດໄຈສຳຄັນຍິ່ງ ສຳລັບຊີວິດຂອງມວນມະນຸດ ກໍ່ຄືການຄົງຕົວຂອງໂລກ ແລະ ມີຄວາມສຳຄັນ ຢ່າງສູງຕໍ່ການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເຮັດໃຫ້ ສິ່ງແວດລ້ອມອຸດົມສົມບູນ. ການເພີ້ມຂຶ້ນຂອງພົນລະເມືອງໃນທົ່ວໂລກ, ຄວາມຕ້ອງການນໍາໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ແລະ ການປ່ຽນແປງດິນຟ້າອາກາດ ເປັນສາຍເຫດຕົ້ນຕໍ ເຮັດໃຫ້ ຜົນກະທົບຈາກໄພພິບັດທາງທໍາມະຊາດນັບມື້ນັບຮຸນແຮງຂຶ້ນ ພ້ອມທັງສົງຜົນ ຕໍ່ ຄວາມຍືນຍົງ ຂອງ ນໍ້າ ແລະ ຊັບພະຍາກອນນໍ້າ ອັນຮຽກຮ້ອງໃຫ້ພວກເຮົາຕ້ອງຮີບຮ້ອນໃຫ້ມີການຈັດການນໍ້າ ແລະ ຊັບພະຍາກອນນໍ້າ ຢ່າງມີປະສິດທິພາບ ແລະ ຍືນຍົງ ຊຶ່ງວົງຄະນາຍາດສາກົນ ກໍ່ຄືອົງການສະຫະປະຊາຊາດ ຈຶ່ງໄດ້ກຳນົດເອົາວຽກງານການຄຸ້ມຄອງ ແລະ ນຳໃຊ້ນໍ້າ ແບບຍືນຍົງໃຫ້ເປັນໜຶ່ງ ໃນ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDG 6) ເຊິ່ງພວກເຮົາໝົດທຸກຄົນມີພັນທະໃນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນໄປດ້ວຍນ້ຳ ແລະ ຊັບພະຍາກອນນໍ້າ ຊຶ່ງໄດ້ກາຍເປັນທ່າແຮງອັນສຳຄັນ ສຳລັບການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ, ເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳເຫຼົ່ານີ້ ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ, ລັດຖະບານ ໄດ້ວາງຍຸດທະສາດ ແລະ ແຜນການຄຸ້ມຄອງຢ່າງເປັນລະບົບ. ພ້ອມດຽວກັນນີ້, ຍັງເຫັນໄດ້ຄວາມສຳຄັນຂອງການຮ່ວມມືທາງດ້ານນໍ້າ (Water Diplomacy) ໂດຍຮ່ວມມືຢ່າງກວ້າງຂວາງກັບວົງຄະນາຍາດສາກົນ ແລະ ພາກພື້ນໃນວຽກງານນໍ້າ ໂດຍໄດ້ຫັນເອົາມາດຕະການຂອງສາກົນກ່ຽວກັບການຄຸ້ມຄອງນ້ຳ ເຂົ້າມາເປັນມາດຕະການແຫ່ງຊາດ ເຊັ່ນ ໄດ້ເຊື່ອມສານ SDG 6 ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ.
ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນ້ຳ ຄັ້ງທີ 4 ໄດ້ຮັບຮອງເອົາຖະແຫຼງການຄຸມາໂມໂຕະ (Kumamoto Declaration) ທີ່ໄດ້ເນັ້ນໜັກຄືນຄວາມສຳຄັນຂອງນ້ຳ ແລະ ການແກ້ໄຂບັນຫາທີ່ກ່ຽວກັບນ້ຳເພື່ອຄຸ້ມຄອງ ແລະ ນຳໃຊ້ແຫຼ່ງນ້ຳໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ.