ວັນທີ 21 ເມສາ 2022, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 ພາຍໃຕ້ຫົວຂໍ້ “ໂລກໃນທ່າມກາງການລະບາດຂອງພະຍາດໂຄວິດ-19: ຮ່ວມມືກັນເພື່ອການພັດທະນາ ແລະ ອະນາຄົດຮ່ວມກັນ”. ໂດຍມີພະນະ ທ່ານ ສີ ຈິ້ນຜິງ, ປະທານປະເທດແຫ່ງ ສປ ຈີນ ພ້ອມດ້ວຍການນໍາຂັ້ນສູງຈາກບັນດາປະເທດໃນອາຊີ ແລະ ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ພະນະທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືຂອງວົງຄະນາຍາດສາກົນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ຜົນສໍາເລັດທີ່ຍາດມາໄດ້, ໂດຍໄດ້ກ່າວວ່າ: “ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຫລວງຫລາຍ ຕໍ່ວົງຄະນະຍາດສາກົນ ໃນທຸກລະດັບບໍ່ວ່າໃນລະດັບໂລກ, ພາກພື້ນ ແລະ ລະດັບຊາດ ເຊິ່ງໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງ ຕໍ່ລະບົບສາທາລະນະສຸກ ກໍຄື ການພົວພັນໃນສັງຄົມ ຢູ່ ພາຍໃນປະເທດ ແລະ ລະຫວ່າງປະເທດ, ແລະ ຍັງໄດ້ສົ່ງຜົນກະທົບຢ່າງຫນັກຫນວ່ງ ຕໍ່ ການຟື້ນຕົວ ແລະ ຂະຫຍາຍ ຕົວຂອງເສດຖະກິດໂລກ. ຕໍ່ໜ້າສະພາບການດັ່ງກ່າວ, ວົງຄະນະຍາດສາກົນ ກໍ່ໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ຢ່າງຕັ້ງຫນ້າ ເພື່ອສະກັດກັ້ນການແຜ່ລະບາດ ແລະ ວາງມາດຕະການຮັບມືກັບພະຍາດໂຄວິດ-19 ໄດ້ຢ່າງທັນການ, ໂດຍສະເພາະແມ່ນການຮ່ວມມືກັນ ໃນການຄົ້ນຄວ້າວິທະຍາສາດການແພດ ເພື່ອຜະລິດວັກຊີນ ແລະ ຢາປິ່ນປົວພະຍາດໂຄວິດ-19, ການປັບຕົວເຂົ້າກັບ ການດໍາລົງຊິວິດປົກກະຕິ ແບບໃຫມ່.”
ພ້ອມນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງວົງຄະນະຍາດສາກົນ ແລະ ປະເທດເພື່ອນມິດທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະແມ່ນ ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນດ້ານເຕັກນິກການແພດ, ວັກຊີນ, ຢາປົວໂຄວິດ-19 ກໍຄື ອຸປະກອນການແພດຕ່າງໆ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ສປປ ລາວ ສາມາດຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຢ່າງມີປະສິດທິຜົນ.
ພະນະທ່ານ ພັນຄຳ ວິພາວັນ ຍັງໄດ້ມີຄຳເຫັນໃສ່ 3 ຈຸດຄື:
ເວທີປຶກສາຫາລື ໂບອາວ ເພື່ອອາຊີ (Boao Forum For Asia) ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນກຸມພາ 2001, ມີສະຖານທີ່ຈັດກອງປະຊຸມແບບຖາວອນຢູ່ເມືອງໂບອາວ, ແຂວງຫາຍໜານ, ສປ ຈີນ ເຊິ່ງເປັນເວທີປຶກສາຫາລືທີ່ສຳຄັນ, ສ້າງໂອກາດໃຫ້ແກ່ພາກລັດ, ເອກະຊົນ ແລະ ຊ່ຽວຊານ ໄດ້ປຶກສາຫາລືກັນກ່ຽວກັບບັນຫາເສດຖະກິດ, ສັງຄົມ, ສະພາບແວດລ້ອມ ແລະ ບັນຫາອື່ນໆ. ແຕ່ລະປີມີປະມຸກລັດ, ຫົວຫນ້າລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຈາກອົງການຈັດຕັ້ງສາກົນ, ຊ່ຽວຊານ ແລະ ນັກທຸລະກິດຈາກປະເທດກ່ຽວຂ້ອງ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນເວທີປຶກສາຫາລືດັ່ງກ່າວ ແລະ ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມເປັນປົກກະຕິ ທັງກອງປະຊຸມແບບເຊິ່ງໜ້າ ແລະ ກອງປະຊຸມທາງໄກ.