ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ - ສະວິດ ສືບຕໍ່ເພີ່ມທະວີການຮ່ວມມື

202183-m-swiss

202183-m-swiss1

202183-m-swiss2

ໃນວັນທີ 03 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບ ພະນະທ່ານ ອິກນາຊີໂອກາດສີດ (Ignazio Cassis), ຮອງປະທານາທິບໍດີ, ລັດຖະມົນຕີ​​ກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດ ພ້ອມດ້ວຍຄະນະ,ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 3-4 ສິງຫາ 2021.

ໃນການພົບປະຄັນີ້, ສອງຝ່າຍໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງສາຍພົວພັນການທູດນໍາກັນໃນປີ 1963. ໃນໂອກາດດຽວກັນ, ພະນະທ່ານສະເຫຼີມໄຊກົມມະສິດຍັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງລາວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັລ້ຳຄ່າຂອງລັດຖະບານ ແລະ ປະຊາຊົນ ສະວິດ ທີ່ມີຕໍ່ ສປ ລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະແມ່ນໃນລະຫວ່າງປີ 2006-2021 ທີ່ ສະວິດ ໄດ້ໃຫ້ການຊ່ວຍເຫຼືອ ແກ່ ສປປ ລາວ, ລວມມູນຄ່າທັງໝົດປະມານ 224 ລ້ານສະວິດຝຣັ່ງ, ຊຶ່ງກວມເອົາຫຼາຍຂະແໜງການທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ:ຂະແໜງກະສິກຳ, ສາທາລະນະສຸກ, ການສຶກສາ, ການຄ້າ-ການລົງທຶນ, ການທ່ອງທ່ຽວ, ສະຖິຕິ, ພະລັງງານໄຟຟ້າ, ການປົກຄອງ, ການເກັບກູ້ລະເບີດ UXO, ໄປສະນີ, ໂທລະຄົມມະນາຄົມແລະການສື່ສານ, ຊັບພະຍາກອນທໍາມະຊາດແລະ ສິ່ງແວດລ້ອມ (ການປ່ຽນແປງຂອງດິນຟ້າອາກາດ), ໂຍທາທິການ ແລະ ມະນຸດສະທຳ.ປັດຈຸບັນ, ສະວິດ ໄດ້ສຸມໃສ່ການຊ່ວຍເຫຼືອໃນຂະແໜງການບູລິມະສິດຂອງການພັດທະນາຢູ່ ສປປ ລາວ ເຊັ່ນ: ຂົງເຂດກະສິກຳ ແລະ ຄ້ຳປະກັນສະບຽງອາຫານ; ການປົກຄອງ ແລະ ການມີສ່ວນຮ່ວມຂອງປະຊາຊົນ; ອາຊີວະສຶກສາ, ການຈ້າງງານ ແລະ ການພັດທະນາສີມືແຮງງານ. ນອກນັ້ນ, ສະວິດ ຍັງດ້ປະກອບສ່ວນການຊ່ວຍເຫຼືອດ້ານສະບຽງອາຫານໃຫ້ ແຮງງານລາວທີ່ສູນຈຳກັດບໍລິເວນພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆ, ວັກແຊັງຕ້ານ ໂຄວິດ-19 ຜ່ານໂຄງການ Covax Facility Programme ແລະ ຫຼາຍໆໂຄງການທີ່ສະໜັບສະໜູນວຽກງານການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19.ພິເສດ, ໃນໂອກາດຢ້ຽມຢາມຄັ້ງນີ້ ຈະມີພິທີລົງນາມໃນຂອບການຊ່ວຍເຫຼືອໃໝ່ແກ່ ສປ ລາວ ໃນສັນຍາວ່າດ້ວຍການຊ່ວຍເຫຼືອດ້ານວິຊາການ, ວັດທະນະທໍາ, ການເງິນ, ເສດຖະກິດ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາ.

ໃນໂອກາດດັ່ງກ່າວ, ສອງຝ່າຍຍັງໄດ້ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ, ຊຶ່ງໃນໄລຍະຜ່ານມາ ສະວິດ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າໃນການເສີມຂະຫຍາຍການພົວພັນກັບບັນດາປະເທດລຸ່ມແມ່ນໍ້າຂອງ ແລະ ພາກພື້ນແມ່ນໍ້າຂອງ ແລະ ອາຊຽນ ໃນຖານະເປັນຄູ່ຮ່ວມມືພັດທະນາ, ອັນພົ້ນເດັ່ນແມ່ນການຄ້າ ອາຊຽນ-ສະວິດ ໃນປີ 2020 ມີມູນຄ່າລວມ 25.86 ຕື້ໂດລາສະຫະລັດ, ການລົງທຶນຈາກ ສະວິດ ຢູ່ ອາຊຽນ ມີທ່າອ່ຽງເພີ່ມຂຶ້ນ ຈາກປີ 2018 ມີມູນຄ່າ 0.71 ຕື້ໂດລາສະຫະລັດ ແລະ ໃນປີ 2019 ແມ່ນມີມູນຄ່າເພີ່ມຂຶ້ນເປັນ 3.53 ຕື້ໂດລາສະຫະລັດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487557
ມື້ນີ້225
ມື້ວານ167
ອາທິດນີ້1219
ເດືອນນີ້950