ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ - ສ.ອາເມລິກາ ຄັ້ງທີ 2

 

ASEAN-US2

 

ໃນຕອນເຊົ້າຂອງວັນທີ 03 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືຄູ່ຮ່ວມແມ່ນ້ຳຂອງ - ສ.ອາເມລິກາ ຄັ້ງທີ 2 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປຣັກ ໂຊຄົນ (Prak SOKHONN), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ແອນໂທນີ ເຈ. ບຣິນແກັນ (Antony J. Blinken),ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມລິກາ ແລະ ມີບັນດາລັດຖະມົນຕີຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງຄື: ມຽນມາ, ໄທ, ຫວຽດນາມ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາເຖິງແມ່ນວ່າພະຍາດໂຄວິດ-19 ຍັງສືບຕໍ່ມີການແຜ່ລະບາດຢູ່ໃນບັນດາປະເທດແມ່ນໍ້າຂອງ ແລະ ສ.ອາເມລິກາ ແຕ່ຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ - ສ.ອາເມລິກາ ກໍຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍບັນດາໂຄງການ ແລະ ແຜນງານຂອງຂອບການຮ່ວມມືໃນຂົງເຂດ 1). ການເຊື່ອມຈອດດ້ານເສດຖະກິດ (Economic Connectivity); 2). ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ແຫຼ່ງນໍ້າແບບຍືນຍົງ (Sustainable Water Use, Natural Resources Management and Environmental Protection); 3). ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ (Non-Traditional Security) ແລະ 4). ການພັດທະນາຊັບພະຍາກອນມະນຸດ (Human Resource Development).

ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ໃນນາມຫົວໜ້າຄະນະຜູ້ແທນລາວໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະບັນດາໂຄງການສ້າງຂີດຄວາມສາມາດດ້ານເຕັກນິກ ແລະ ວິຊາການຕ່າງໆ ເຊັ່ນ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ. ພ້ອມດຽວກັນນັ້ນ, ກໍໄດ້ສະແດງຄວາມຊົມເຊີຍ ທີ່ ສ.ອາເມລິກາ ໄດ້ປະກອບສ່ວນຊ່ວຍເຫຼືອວັກຊິນໃຫ້ແກ່ບັນດາປະເທດແມ່ນໍ້າຂອງໂດຍຜ່ານໂຄງການໂຄແວັກ (COVAX) ເຊິ່ງມາຮອດປັດຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊິນຈາກ ສ.ອາເມລິກາ ລວມທັງໝົດ 1,108,620 ໂດສ໌ (Pfizerຈຳນວນ 100,620 ໂດສ໌ ແລະ Johnson and Johnson ຈຳນວນ 1,008,000 ໂດສ໌).

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບ ການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດຢູ່ໃນພາກພື້ນແມ່ນໍ້າຂອງ ແລະ ສ.ອາເມລິກາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19    ໂດຍໄດ້ເນັ້ນໃສ່ 04 ຂົງເຂດການຮ່ວມມືດັ່ງກ່າວເປັນບູລິມະສິດ, ສະໜັບສະໜູນໃຫ້ມີການຮ່ວມມືຢ່າງໃກ້ຊິດຂອງປະເທດສະມາຊິກ ແລະ ສືບຕໍ່ຜັນຂະຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆໃຫ້ເກີດດອກອອກຜົນ. ກອງປະຊຸມ ຍັງໄດ້ຮັບຮອງເອົາ ແຜນປະຕິບັດງານຂອບການຮ່ວມມືຄູ່ຮ່ວມແມ່ນໍ້າຂອງ-ສ.ອາເມລິກາ 2021-2023 ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້, ໄດ້ມີການມອບ-ຮັບໜ້າທີ່ ປະທານໝູນວຽນຈາກ ກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະຕິບັດໜ້າທີ່ເປັນປະທານຮ່ວມກັບ ສ.ອາເມລິກາ ໃນປີ 2021-2022. ກອງປະຊຸມລັດຖະມົນຕີຕ່າງປະເທດຖືເປັນກົນໄກກອງປະຊຸມລະດັບສູງຢູ່ໃນຂອບການຮ່ວມມືດັ່ງກ່າວ ໂດຍໄດ້ຖືກຈັດຂຶ້ນເປັນປະຈໍາທຸກປີ ແລະ ບັນດາປະເທດແມ່ນໍ້າຂອງແມ່ນໄດ້ຜັດປ່ຽນກັນເປັນປະທານຮ່ວມໝູນວຽນກັບ ສ.ອາເມລິກາ ຕາມລໍາດັບຕົວອັກສອນພາສາອັງກິດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487495
ມື້ນີ້163
ມື້ວານ167
ອາທິດນີ້1157
ເດືອນນີ້888