ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021

20201206-lao-viet2

20201206-lao-viet1

20201206-lao-viet3

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປະຈໍາປີ 2021, ໃນລະຫວ່າງວັນທີ 5-6 ທັນວາ 2020, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

ໃນວັນທີ 06 ທັນວາ 2020, ທີ່ ສຳນັກງານລັດຖະບານ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ ເປັນປະທານຮ່ວມຊີ້ນຳກອງປະຊຸມ ຄັ້ງທີ 43 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ. ຫວຽດນາມ ປະຈໍາປີ 2021. ໃນກອງປະຊຸມ, ສອງຝ່າຍ ໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 42 ກໍຄື ຂໍ້ຕົກລົງວ່າດ້ວຍການຮ່ວມມື ປະຈໍາປີ 2020 ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມື ໃນປີ 2021, ໂດຍສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍການຮ່ວມມື ໃນປີ 2020 ທີ່ຜ່ານມາ, ເຊິ່ງສາມາດບັນລຸຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ການຮ່ວມມືດ້ານການເມືອງ-ການຕ່າງປະເທດ;ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ, ມີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ; ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ.ມາຮອດປະຈຸບັນ, ການລົງທຶນຂອງບັນດາວິສາຫະກິດຂອງຫວຽດນາມຢູ່ລາວ ລວມມູນຄ່າມີເຖິງ 4.1 ຕື້ ໂດລາສະຫະລັດ, ຈັດຢູ່ໃນອັນດັບ 03 ໃນຈໍານວນການລົງທຶນຂອງຕ່າງປະເທດ ຢູ່ ສປປ ລາວ ແລະ ມູນຄ່າການຄ້າສອງຝ່າຍ ໃນ 10 ເດືອນ ປີ 2020 ບັນລຸໄດ້ 815 ລ້ານ ໂດລາສະຫະລັດ; ການຮ່ວມມືໃນຂົງເຂດການສຶກສາ-ບຳລຸງສ້າງ ກໍໄດ້ຮັບເປີດກວ້າງດ້ວຍຫຼາຍຮູບການ, ປະຈຸບັນ ຈໍານວນນັກສຶກສາລາວ ທີ່ກໍາລັງຄົ້ນຄວ້າຮ່ຳຮຽນ ຢູ່ ສສ. ຫວຽດນາມ ມີຫຼາຍກວ່າ 16.000 ຄົນ. ສຳລັບທິດທາງແຜນການຮ່ວມມື ໃນປີ 2021, ສອງຝ່າຍ ໄດ້ຕົກລົງເຫັນດີເປັນເອກະພາບ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນຖະແຫຼງການຮ່ວມ ແລະ ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ໃຫ້ເປັນຮູບປະທຳ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ການປ້ອງກັນຊາ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຂອງແຕ່ລະປະເທດ; ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ,ສະໜັບສະໜູນ ແລະ ສ້າງຄວາມເຊື້ອໝັ້ນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ; ເຖິງແມ່ນວ່າ ມູນຄ່າການຄ້າສອງຝ່າຍ ໃນປີນີ້ບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ສອງລັດຖະບານໄດ້ຕົກລົງກັນ ຍ້ອນ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19, ​ໃນ​ຊຸມປີຕໍ່ໜ້າ, ສອງຝ່າຍເຫັນດີສູ້ຊົນ​ຊຸກຍູ້ເປົ້າໝາຍມູນຄ່າການຄ້າສອງຝ່າຍໃຫ້ເພີ່ມຂື້ນ 10-15% ທຽບໃສ່ປີຜ່ານມາ; ສືບຕໍ່ຜັນຂະຫຍາຍການບົດບັນທຶກຄວາມເຂົ້້າໃຈ ກ່ຽວກັບ ການຮ່ວມມືດ້ານຄົມມະນາຄົມ ແລະ ຂົນສົ່ງ, ການຮ່ວມມືພັດທະນາບັນດາໂຄງການໄຟຟ້າຢູ່ລາວ, ເຊື່ອມຕໍ່ລະບົບໄຟຟ້າ ແລະ ການຊື້-ຂາຍ ໄຟຟ້າ. ຄຽງຄູ່ກັນນີ້, ສອງຝ່າຍ ກໍຈະພ້ອມກັນ ສືບຕໍ່ເພີ່ມທະວີການຮ່ວມມື ແລະ ສ້າງເງື່ອນໄຂເພື່ອເອື້ອອໍານວຍຄວາມສະດວກ ໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ກໍຄື ການພັດທະນາຊັບພະຍາກອນມະນຸດຂອງສອງປະເທດ ແລະ ການຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ.

ໃນໂອກາດດັ່ງກ່າວນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງສະຫາຍ ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ກໍ່ຄືການນໍາພັກລັດຖະບານ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ ຖານສະຫາຍ ອ້າຍນ້ອງ ທີ່ໃກ້ຊິດ ແລະ ຖືໂອກາດນີ້ ຕາງໜ້າໃຫ້ພັກ, ລັດຖະບານ ກໍຄື ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດການປະຕິວັດລາວມາໂດຍຕະຫລອດ.

ພາຍຫຼັງກອງປະຊຸມ ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຖະແຫຼງຂ່າວຮ່ວມ ແລະ ຮ່ວມເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືຂອງສອງປະເທດ ຈຳນວນ 18 ສະບັບ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນຂອງກອງປະຊຸມຄັ້ງນີ້ ຊຶ່ງຈະປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ຢູ່ໃນລະດັບສູງຢູ່ແລ້ວ ໃຫ້ນັບມື້ນັບກ້າວສູ່ລວງເລິກຫຼາຍຂຶ້ນ ຊຶ່ງເປັນຂີດໝາຍອັນໃໝ່ ໃນປີ 2021.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແລະ ພົບປະກັບ ສະຫາຍ ນາງ ຫງວຽນ ທິ ກິມເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486031
ມື້ນີ້162
ມື້ວານ168
ອາທິດນີ້1067
ເດືອນນີ້5336